ສິ້ນສຸດກອງປະຊຸມລັດຖະມົນຕີໂທລະຄົມມະນາຄົມແລະເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ

ສິ້ນສຸດກອງປະຊຸມລັດຖະມົນຕີໂທລະຄົມມະນາຄົມແລະເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ - ảnh 1
(ພາບ​ປະ​ກອບ: VGP)

(vovworld) - ສິ້ນ​ສຸດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ໂທ​ລະ​ຄົມ​ມະ​ນາ​ຄົມ​ ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານອາຊຽ​ນ ເຊິ່ງຖືກ​ດຳ​ເນີນ​ໃນ​ວັນ​ທີ 26 – 27/11, ຢູ່​ດ່ານ​ັ້ງ, ​ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖືວ່າ, ເລື່ອງ​ບັນ​ດາ​ເ​ຈົ້າ​ໜ້າ​ທີ່ ແລະ ນັກ​ຄຸ້ມ​ຄອງ​ຂັ້ນ​ສູງ​ກ່ຽວ​ກັບ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ແຜນ​ການ​ສັງ​ລວ​ມ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ ແລະ ສ່​ື​ສານ 2015, ຮັບ​ໃຊ້​ໃຫ້​ປະ​ຊາ​ຄົມ​ອາ​ຊຽນ ຢ່າງ​ຮອບ​ດ້ານ, ຟົດ​ຟື້ນ ແລະ ເປັນ​ໜຶ່​ງ​ດຽວ. ບັນ​ດາ​ລັດ​ຖະ​ມົນ​ຕີໄດ້​ຊົມ​ເຊີຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຂອງ​ກຸ່ມ​ອາ​ຊຽນ ຜ່ານ​ການ​ສ້າງ​ນະ​ໂຍ​ບາ​ຍ​ຄຸ້​ມ​ຄອງ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂ​ໍ້​ມູນ​ຂ່າວ​ສານ, ພັດ​ທະ​ນາ​ກອບ​ພົວ​ພັນ​ແລກ​ປ່ຽນ​​ຢ່າງປອດ​ໄພ. ກໍ​ຄື​ສົ່ງ​ເສີມ​ການ​ປ່ຽນ​ໃໝ່​ຂອງ​ຂະ​ແໜງ ຜ່ານ​ບັນ​ດາ​ລາງວັນເຕັກ​ໂນ​ໂລ​ຊີ​ຂ​ໍ້​ມູນ​ຂ່າວ​ສານ​ໃນ​ອາ​ຊຽນ. ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຢືນ​ຢັນ​ຄືນ​ໃໝ່​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ໝູ່ ເພື່ອ​ຮັບ​ປະ​ກັນ​ໃຫ້​ລະ​ບົບເຕັກ​ໂນ​ໂລ​ຊີ​ຂ​ໍ້​ມູນ​ຂ່າວ​ສານ​ທີ່​ປອດ​ໄພ​ໃນ​ອາ​ຊຽນ… ບັນ​ດາ​ລັດ​ຖະ​ມົນ​ຕີ ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ ດ່ານັ້ງ ດ້ວຍ​ຫົວ​ຂໍ້​ວ່າ “ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ອາ​ຊຽນ ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ປອດ​ໄພ ແລະ ໝັ້ນ​ຄົງ​ບົນ​ພື້ນ​ຖານ​ດີ​ຈ​ີ​ຕອນ”; ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊວ່ຍ​ຈຳ (MOU) ລະ​ຫວ່າງ ອາ​ຊຽນ ແລະ ພັນ​ທະ​ມິດ​ໂທ​ລະ​ຄົມ​​ມະ​ນາ​ຄົມສາ​ກົນ ກ່ຽວ​ກັບ​ການ​ຮ່ວມ​ມື​ລວມ ໃນ​ການ​ພັດ​ທະ​ນາເຕັກ​ໂນ​ໂລ​ຊີ​ຂ​ໍ້​ມູນ​ຂ່າວ​ສານ.

ຂ່າວ/ບົດ​ອື່ນ