ສິ້ນສຸດການແຂ່ງຂັນຍິງບັ້ງໄຟດອກສາກົນ 2015

ສິ້ນສຸດການແຂ່ງຂັນຍິງບັ້ງໄຟດອກສາກົນ 2015 - ảnh 1
ການ​ຍິງບັ້ງ​ໄຟ​ດອກ​ຂອງ​ທິມ ອ​ົດ​ສະ​ຕາ​ລີ
(ພ​າບ: Trần Lê Lâm – TTXVN)

​(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ດ່າ​ນັ້ງ - ບົດ​ດົນຕີ​ປະສານ​ສຽງ​ດ້ວຍ​ສີສັນຕ່າງໆ“,ການ​ແຂ່ງຂັນ​ຍິງ​ບັ້ງ​ໄຟ​ດອກ​ສາກົນ 2015 ມີ​ການ​ເຂົ້າ​ຮ່ວມ​ຂອງ 5 ທິມ, ທີ່​ມາ​ຈາກ 5 ປະ​ເທດ​ມະຫາ​ອຳນາດ​ກ່ຽວ​ກັບ​ບັ້ງ​ໄຟ​ດອກ​ຢູ່​ໂລກ​ເຊັ່ນ, ອາ​ຟະ​ລິ​ກາ​ໃຕ້, ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ​ໂປ​ໂລ​ຍ ​ແລະ ດ່າ​ນັ້ງຂອງ​ຫວຽດນາມ. ທິມອົດ​ສະ​ຕາ​ລີ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ຜູ້​ຊົມ, ດ້ວຍ​ການ​ປະສານ​ສົມທົບ​ລະຫວ່າງ​ ສີ - ​ແສງ - ສຽງ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ 1 ​ໃຫ້​ທິມອົດ​ສະຕລີ, ລາງວັນ​ທີ 2 ​ໃຫ້​ທິມ​ໂປ​ໂລ​ຍ, ລາງວັນ​ທີ 3 ​ໃຫ້​ທິມດ່າ​ນັ້ງ - ຫວຽດນາມ ​ແລະ ທິມອາ​ເມ​ລິ​ກາ. ສ່ວນ​ທິມອາ​ຟະ​ລິ​ກາ​ໃຕ້​ ​ໄດ້​ຮັບ​ລາງວັນ​ຊົມ​ເຊີຍ. ການ​ແຂ່ງຂັນ​ຍິງ​ບັ້ງ​ໄຟ​ດອກ​ສາກົນ 2015 ​ໄດ້​ດຶງ​ດູດ​ຜູ​ມາ​ຊົມ​ເກືອບ 500.000 ຄົນ.

 


ຂ່າວ/ບົດ​ອື່ນ