ສູນສັນລະສູດ ADN ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ

(VOVWORLD) - ຕອນບ່າຍວັນທີ 25 ກໍລະກົດ, ທີ່ຮ່າໂນ້ຍ, ສະຖາບັນເຕັກໂນໂລຢີຊີວະວິທະຍາ (ສັງກັດສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ) ໄດ້ເປີດສະຫຼອງ, ນຳສູນສັນລະສູດ ADN ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນເຂົ້າເຄື່ອນໄຫວຢ່າງເປັນທາງການ.
ສູນສັນລະສູດ ADN ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ - ảnh 1 ເປີດສະຫຼອງ, ນຳສູນສັນລະສູດ ADN ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນເຂົ້າເຄື່ອນໄຫວຢ່າງເປັນທາງການ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ການນຳສະຖາບັນເຕັກໂນໂລຢີຊີວະວິທະຍາ, ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ພ້ອມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ສ້າງເງື່ອນໄຂການເຮັດວຽກທີ່ມີຄວາມສະດວກໃຫ້ແກ່ບັນດານັກຊ່ຽວຊານ, ນັກຄົ້ນຄວ້າ, ພິເສດແມ່ນບັນດາເພື່ອນໜຸ່ມ, ເພື່ອສຳຜັດກັບບັນດາວັດຖຸອຸປະກອນ, ເຕັກໂນໂລຢີທີ່ທັນສະໄໝ, ການຄົ້ນຄວ້າໃໝ່ສຸດໃນຂົງເຂດສັນລະສູດ ADN ໂດຍໄວ. ໄປຄຽງຄູ່ກັບໜ້າທີ່ສັນລະສູດ ADN ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນນັ້ນ, ສະຖາບັນເຕັກໂນໂລຢີຊີວະວິທະຍາ, ສູນສັນລະສູດ ADN ຄວນເປັນເຈົ້າການຄົ້ນຄວ້າ, ໝູນໃຊ້, ພັດທະນາໃໝ່ໃນຂົງເຂດສັນລະສູດແຊນ (Gen) ເພື່ອຮັບໃຊ້ບັນດາການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຢີ, ເສດຖະກິດ, ສັງຄົມ.

        ເລື່ອງເປີດສະຫຼອງສູນສັນລະສູດ ADN ແລະ ນຳເຂົ້າເຄື່ອນໄຫວ ຈະປະກອບສ່ວນສັນລະສູດອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງມີປະສິດທິຜົນກ່ວາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຄວາມມຸ່ງຫວັງຂອງລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ