ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ດຳເນີນແຕ່ວັນທີ 01/06 ເຖິງ 08/06

(VOVWORLD) - ນັບແຕ່ວັນທີ 01 ມີຖຸນາ ເຖິງວັນທີ 08 ມີຖຸນາ ຢູ່ແຂວງ ກາເມົາ, ດຳເນີນສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ດ້ວຍຫົວຂໍ້ວ່າ “ເພື່ອອະນາຄົດຂອງພວກເຮົາ”. ສັບປະດາມີການເຄື່ອນໄຫວຈຳນວນໜຶ່ງຄື
ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ດຳເນີນແຕ່ວັນທີ 01/06 ເຖິງ 08/06 - ảnh 1 (ພາບປະກອບ)

ລາຍການໂຮມຊຸມນຸມມິດຕິງຕອບສະໜອງສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ປີ 2017; ພິທີຂົນຂວາຍກຳລັງຊາວໜຸ່ມອາສາສະໝັກ ເຮັດອະນາໄມສະພາບແວດລ້ອມຫາດຊາຍທະເລໃຫ້ສະອາດ…ທ່ານ ຫວູຊີຕ໋ວນ ຮອງຫົວໜ້າກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ ໃຫ້ຮູ້ວ່າ: ນີ້ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ຢັ້ງຢືນກຳລັງຄວາມສາມາດບົ່ມຊ້ອນໃຫຍ່ກ່ຽວກັບເສດຖະກິດທະເລ; ສະແດງໃຫ້ເຫັນເຈດຈຳນົງຕັດສິນໃຈພັດທະນາຮອບດ້ານຂະແໜງອາຊີບທະເລ, ປົກປັກຮັກສາຊັບພະຍາກອນສິ່ງແວດລ້ອມເຂດທະເລ, ໝູ່ເກາະໃຫ້ໝັ້ນຄົງ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາ, ຂົນຂວາຍປະຊາຊົນທຸກຄົນ ຍົກສູງສະຕິປົກປັກຮັກສາຊັບພະຍາກອນສິ່ງແວດລ້ອມ ເພື່ອແນໃສ່ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງຊັບພະຍາກອນ ແລະ ສິ່ງແວດລ້ອມທະເລ, ໝູ່ເກາະ; ຄວາມເອກອ້າງທະນົງໃຈ, ສະຕິຊົນຊາດສຳລັບອະທິປະໄຕເຂດທະເລຂອງປະເທດ, ປະກອບສ່ວນຮັກສາສະຖຽນລະພາບ ແລະ ພັດທະນາປະເທດໃຫ້ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ