ສັບປະດາວັດທະນະທຳ - ທ່ອງທ່ຽວແຂວງເຊີນລາ ປີ 2018

(VOVWORLD) - ສັບປະດາວັດທະນະທຳ - ທ່ອງທ່ຽວແຂວງເຊີນລາ ປີ 2018 ແມ່ນການເຄື່ອນໄຫວປະຈຳປີທີ່ດຳເນີນຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ

ສັບປະດາວັດທະນະທຳ - ທ່ອງທ່ຽວແຂວງເຊີນລາ ປີ 2018 - ảnh 1 ຮ້າຍວາງສະແດງກ່ຽວກັບວັດທະນະທຳຂອງຊາວເຜົ່າມົ້ງ

ສັບປະດາວັດທະນະທຳ - ທ່ອງທ່ຽວແຂວງເຊີນລາ ປີ 2018 ໄດ້ຈັດຕັ້ງຂຶ້ນຢູ່ເມືອງ ມົກເຈົາ ໃນລະຫວ່າງວັນທີ 28 ສິງຫາ ຫາວັນທີ 2 ກັນຍາ ດ້ວຍຫົວຂໍ້ວ່າ “ເຊີນລາ ໃນປະຈຸບັນ”. ລາຍການຈະໄຂຂຶ້ນຢ່າງເປັນທາງການ ໃນເວລາ 20 ໂມງຂອງວັນທີ 1 ກັນຍາ ຢູ່ສະໜາມຫຼວງເມືອງ ມົກເຈົາ, ແຂວງເຊີນລາ.

        ສັບປະດາວັດທະນະທຳ - ທ່ອງທ່ຽວແຂວງເຊີນລາ ປີ 2018 ແມ່ນການເຄື່ອນໄຫວປະຈຳປີທີ່ດຳເນີນຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ. ປີນີ້ສັບປະດາວັດທະນະທຳ - ທ່ອງທ່ຽວແຂວງເຊີນລາ ປີ 2018 ດຳເນີນໄປລະດັບຂັ້ນແຂວງ. ດ້ວຍນັກສິລະປະການ, ນັກສະແດງ, ບັນດາກົມກອງເຂົ້າຮ່ວມ 1.500 ຄົນ. ສັບປະດາວັດທະນະທຳ - ທ່ອງທ່ຽວລວມມີການເຄື່ອນໄຫວ: ງານຕະຫຼາດນັດການຄ້າ, ຜະລິດຕະພັນກະເສດປອດສານພິດ, ສົ່ງອອກຂອງແຂວງເຊີນລາ, ມີຂະໜາດຮ້ານວາງຂາຍສິນຄ້າປະມານ 250 -  300 ຮ້ານ. ທ່ານນາງ ຫງວຽນທິຮວາ, ຮອງປະທານຄະນະກຳມະການປະຊາຊົນເມືອງ ມົກເຈົາ, ໃຫ້ຮູ້ວ່າ:

        “ສັບປະດາວັດທະນະທຳ - ທ່ອງທ່ຽວປີນີ້ ຍາມໃດພວກຂ້າພະເຈົ້າກໍ່ເສີມຂະຫຍາຍສີສັນວັດທະນະທຳຂອງບັນດາເຜົ່າ, ຕົວຢ່າງຄື: ຢູ່ງານບຸນຕັ້ງຄ້າຍວັດທະນະທຳທ່ອງທ່ຽວໄດ້ເຕົ້າໂຮມບັນດາການດຳເນີນຊີວິດປະຈຳວັນຂອງບັນດາຊົນເຜົ່າເກືອບໝົດ ເປັນຕົ້ນແມ່ນ ມົ້ງ, ຢ້າວ, ຜູ້ໄທ, ເມື່ອງ…ນອກຈາກນັ້ນ, ງານບຸນຢູ່ຕາມທ້ອງຖະໜົນກໍ່ແມ່ນກາລະໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ສະແດງໃຫ້ເຫັນບັນດາສີສັນວັດທະນະທຳ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ.”

        ສັບປະດາວັດທະນະທຳ - ທ່ອງທ່ຽວ ຍັງມີການເຄື່ອນໄຫວຕື່ມອີກຂອງເມືອງ ມົກເຈົາເຊັ່ນວ່າ: ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ແຂ່ງຂັນກິລາ, ທ່ອງທ່ຽວ ຕ້ອນຮັບວັນຊາດທີ 2 ກັນຍາ ແລະ ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ລາວ ຢູ່ເຂດດ່ານຊາຍແດນ ລ໊ອງເຊິບ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໂດດເດັ່ນທີ່ສຸດຂອງສັບປະດາວັດທະນະທຳ - ທ່ອງທ່ຽວແຂວງເຊີນລາ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ