ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ພັ​ດ​ທະ​ນາ ມະ​ນຸດ

(VOVWORLD) -ກ່າວຄຳເຫັນທີພິທີ, ທ່ານຜູ້ອຳນວຍການໃຫຍ່ UNDP Achim Stener ໄດ້ໃຫ້ຂໍ້ສັງເກດວ່າ ໂລກ ພວມຢືນຢູ່ຕໍ່ໜ້າຄວາມຂາດສະຖຽນລະພາບ, ສິ່ງທ້າທາຍຫຼາຍຢ່າງຄື ການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ, ພະຍາດໂຄວິດ - 19, ການຂາດຄວາມໝັ້ນຄົງດ້ານສະບຽງອາຫານ… ໄດ້ກໍ່ຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາຂອງມະນຸດ ໃນທົ່ວໂລກ. 
ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ພັ​ດ​ທະ​ນາ ມະ​ນຸດ - ảnh 1ພິທີປະກາດບົດລາຍງານພັດທະນາມະນຸດ ປີ 2021 – 2022 (ພາບ: VOV )

  ວັນທີ 8 ກັນຍາ, ໂຄງການພັດທະນາຂອງ ສປຊ (UNDP) ໄດ້ຈັດພິທີປະກາດບົດລາຍງານພັດທະນາມະນຸດ ປີ 2021 – 2022. ຜູ້ອຳນວຍການໃຫຍ່ UNDP ໄດ້ຕີລາຄາສູງຄວາມມານະພະຍາຍາມໂດຍຫວຽນດາມ ບັນລຸໄດ້ໃນການພັດທະນາມະນຸດ ໃນໄລຍະຜ່ານມາ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ໄດ້ສ່ອງແສງໃນບົດລາຍງານ.

ກ່າວຄຳເຫັນທີພິທີ, ທ່ານຜູ້ອຳນວຍການໃຫຍ່ UNDP Achim Stener ໄດ້ໃຫ້ຂໍ້ສັງເກດວ່າ ໂລກ ພວມຢືນຢູ່ຕໍ່ໜ້າຄວາມຂາດສະຖຽນລະພາບ, ສິ່ງທ້າທາຍຫຼາຍຢ່າງຄື ການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ, ພະຍາດໂຄວິດ - 19, ການຂາດຄວາມໝັ້ນຄົງດ້ານສະບຽງອາຫານ… ໄດ້ກໍ່ຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາຂອງມະນຸດ ໃນທົ່ວໂລກ. ເມື່ອແລກປ່ຽນສະເພາະກັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ພິທີ, ທ່ານ Achim Stener ໃຫ້ຮູ້ວ່າ: ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກທີ່ຕ້ອງປະເຊີນໜ້າໃນ 2 ປີຜ່ານມາ, ຫວຽດນາມ ໄດ້ເພີ່ມຂຶ້ນ 2 ຂັ້ນໃນຕາຕະລາງດັດຊະນີພັດທະນາ ມະນຸດ (ແຕ່ຂັ້ນ 117 ຂຶ້ນ 115) ແລະ ຈະສືບຕໍ່ນອນໃນຈຳນວນບັນດາປະເທດທີ່ມີດັດຊະນີພັດທະນາມະນຸດສູງ ພ້ອມກັບບາງປະເທດຄື: ຈີນ, ອາຟຼິກກາໃຕ້, ອິນໂດເນເຊຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ