ສປຊ ຖືເປັນສຳຄັນບົດບາດ ການເຈລະຈາໃນການແກ້ໄຂວິກິດການ ສປປ.ເກົາຫຼີ

(VOVWORLD) - ວັນທີ 15 ທັນວາ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ໄດ້ຈັດຕັ້ງວາລະປະຊຸມປຶກສາຫາລືຕ້ານການເຜີຍແຜ່ອາວຸດນິວເຄຼຍຂອງ ສປປ.ເກົາຫຼີ.
ສປຊ ຖືເປັນສຳຄັນບົດບາດ ການເຈລະຈາໃນການແກ້ໄຂວິກິດການ ສປປ.ເກົາຫຼີ - ảnh 1 ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres

ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ຮຽກຮ້ອງ ສປປ.ເກົາຫຼີ ເຄົາລົບບັນດາມະຕິຂອງສະພາຄວາມໝັ້ນຄົງ, ເຊື່ອມຕໍ່ວິວັດທະນາການເຈລະຈາຄືນໃໝ່, ມຸ່ງໄປເຖິງສັນຕິພາບ, ສະຖານລະພາບໃນແຫຼມ ເກົາຫຼີ. ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ເນັ້ນໜັກວ່າ ການແຊກແຊງດ້ານການທູດ ແມ່ນມາດຕະການດີທີ່ສຸດ ເພື່ອບັນລຸໄດ້ສັນຕິພາບ, ສະຖຽນລະພາບ ແລະ ປອດນິວເຄຼຍ. ປະຊາຄົມສາກົນຄວນປະຕິບັດທຸກວຽກງານ ເພື່ອບັນລຸໄດ້ຄາດໝາຍນີ້ ແລະ ຫລີກລ້ຽງໄພຍາກທີ່ຈະຄາດຄະເນ ລ່ວງໜ້າໄດ້, ຜົນຮ້າຍຢ້ອນຫລັງຢ່າງຮຸນແຮງ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ໃຫ້ຮູ້ວ່າ: ປະເທດນີ້ ຈະຮັກສາການແລກປ່ຽນຂໍ້ມູນຂ່າວຢ່າງເປີດເຜີຍກັບ ສປປ.ເກົາຫຼີ, ໃນຂະນະທີ່ ວໍຊິງຕັນ ຍັງຄົງສືບຕໍ່ກໍ່ຄວາມດັນ ເພື່ອໃຫ້ ພຽງຢາງ ຢຸດຕິການທົດລອງລູກສອນໄຟ ແລະ ນິວເຄຼຍຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ