ສ​ປ​ຊ ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ອາ​ຊຽນ ແລະ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

(VOVWORLD) -ວັນທີ 15 ກັນຍາ ໄດ້ດຳເນີນກອງປະຊຸມທາງອອນລາຍລະຫວ່າງຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ (CPR) ແລະ ສປຊ ໂດຍທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຕາງໜ້າຫວຽດນາມ ປະຈຳ ອາຊຽນຮ່ວມເປັນປະທານກັບ ທ່ານ Khaled Khiari ຜູ້ຊ່ວຍວຽກເລຂາທິການໃຫຍ່ສປຊ ຮັບຜິດຊອບດ້ານການເມືອງ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບ.
ສ​ປ​ຊ ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ອາ​ຊຽນ ແລະ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 - ảnh 1 ກອງປະຊຸມທາງອອນລາຍລະຫວ່າງຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ (CPR) ແລະ ສປຊ 

ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະ ສປຊ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບບັນດາບາດກ້າວພັດທະນາສຳຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະ ສປຊ, ໃນນັ້ນມີການຮັກສາການພົບປະຂັ້ນສູງຢູ່ບັນດາກອງປະຊຸມສຸດຍອດຂອງອາຊຽນກັບບັນດາຄູ່ຮ່ວມມື ແລະ ຂັ້ນລັດຖະມົນຕີເນື່ອງໃນໂອກາດຈັດຕັ້ງບັນດາກອງປະຊຸມສະມັດຊາໃຫຍ່ ສປຊ.

ກອງປະຊຸມໄດ້ສະຫງວນເວລາຫຼາຍເພື່ອປຶກສາຫາລືກ່ຽວກັບສະພາບການຮັບມືກັບໂລກລະບາດ Covid – 19 ໃນພາກພື້ນ ແລະ ທົ່ວໂລກ. ສປຊ ໄດ້ສະແດງການສະໜັບສະໜູນບັນດາຂໍ້ລິເລີ່ມຂອງອາຊຽນເວົ້າລວມ ແລະ ຂອງຫວຽດນາມ ໂດຍເປັນປະເທດປະທານອາຊຽນ  ເວົ້າສະເພາະ ໃນປີ 2020, ສປຊ ກໍ່ປາດຖະໜາຢາກໜູນຊ່ວຍ ອາຊຽນໃຫ້ຫຼາຍກ່ວາອີກໃນການຜັນຂະຫຍາຍແຜນຟື້ນຟູໄລຍະຫຼັງ ໂລກລະບາດ Covid – 19 ຂອງອາຊຽນ, ໜູນຊ່ວຍຜູ້ລີ້ໄພລັດ Rakhine ຂອງ ມຽນມາ, ພ້ອມກັບບັນດາຂົງເຂດຕ່າງໆຄື: ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ…

ເຮືອງຈາ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ