ສປຊກ່າວເຕືອນກ່່ຽວກັບໄພພິບັດຢ່າງຮ້າຍແຮງຢູ່Yemen

(VOVWORLD) -ວັນທີ 18 ສິງຫາ ສະຫະປະຊາຊາດ ໄດ້ອອກຄຳກ່າວເຕືອນກ່ຽວກັບໄພພິບັດຢ່າງຮ້າຍແຮງຢູ່  Yemen ໂດຍແມ່ນ. ຕາມນັ້ນແລ້ວ, ສປຊ ຮຽກຮ້ອງທຸກຝ່າຍເຂົ້າຮ່ວມສົງຄາມກາງເມືອງຢູ່ Yemen ສ້າງເງື່ອນໄຂເປີດເສັ້ນທາງໃຫ້ແກ່ບັນດາການເຄື່ອນໄຫວພົນລະເຮືອນ ແລະ ການຄ້າເຂົ້າບັນດາເຂດທ່າກຳປັ່ນ ແລະ ສະຫນາມບິນຂອງປະເທດນີ້. 

ທ່ານ Stephen O’Brien, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັນຫາມະນຸດສະທຳ ໄດ້ເນັ້ນຫນັກວ່າ ປະຈຸບັນ ມີປະຊາຊົນ Yemen ນັບລ້ານໆຄົນ ພວມປະເຊີນຫນ້າກັບໄພພິບັດຮ້າຍແຮງ ນັ້ນແມ່ນໄພອຶດຫິວ, ພະຍາດທ້ອງຂີ້ຮາກໄດ້ ລະບາດຂຶ້ນຢ່າງແຮງກວ່າໝູ່ໃນໂລກ, ຄວາມຂາດເຂີນປະຈຳວັນກໍ່ຄືການປະທະກັນຢ່າງນອງເລືອດ. ສະນັ້ນ ບັນດາຝ່າຍກ່ຽວຂ້ອງຄວນຮັບປະກັນວ່າ ທັງໝົດດ່ານຊາຍແດນ ທາງບົກ, ທາງອາກາດ ຕະຫລອດຮອດທ່າກຳປັ່ນ ຕ້ອງເປີດປະຕູເພື່ອຮັບໃຊ້ການຊ່ວຍເຫລືອມະນຸດສະທຳ. ທ່ານ Stephen O’Brien ກໍ່ຮຽກຮ້ອງທຸກຝ່າຍຕ້ອງ ເຄົາລົບກົດໝາຍມະນຸດສະທຳ ແລະ ສິດທິມະນຸດສາກົນ ດ້ວຍການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງ.


ຕອບກັບ

ຂ່າວ/ບົດ​ອື່ນ