ສປປ ເກົາຫຼີ ຄັດຄ້ານຄຳໝັ້ນ ສັນຍາປົກປັກຮັກສາເຂດຂັ້ນທາງ ທິດເໜືອ (NLL) ຂອງສເກົາຫຼີ

ສປປ ເກົາຫຼີ ຄັດຄ້ານຄຳໝັ້ນ ສັນຍາປົກປັກຮັກສາເຂດຂັ້ນທາງ ທິດເໜືອ (NLL) ຂອງສເກົາຫຼີ  - ảnh 1
ເສັ້ນສີແດງແມ່ນ NLL
(ແຜນທີ່: BBC)

(vovworld) - ວັນ​ທີ 20/10, ສປປ ​ເກົາຫຼີ ​ໄດ້​ປະກາດ​ຄັດຄ້ານຄຳ​ໝັ້ນ​ສັນຍາ​ຂອງ​ປະທານາທິບໍດີ ສ​ເກົາຫຼີ Lee Myung – bak ກ່ຽວ​ກັບ​ການປົກ​ປັກ​ຮັກສາ​ເຂດ​ຂັ້ນ​ທາງ​ທິດ​ເໜືອ (NLL) ​ເຊິ່ງບໍ່​ທັນ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ ສປປ ​ເກົາຫຼີ . ສຳນັກ​ຂ່າວສານ​​ແຫ່ງ​ລັດ KCNA ຂອງ ສປປ ​ເກົາຫຼີ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ໂຄ​ສົບ ກົມ​ນະ​ໂຍບາຍ ກຳມາ​ທິການ​ປ້ອງ​ກັນ​ປະ​ເທດ ສປປ ​ເກົາຫຼີ ​ໃຫ້​ຮູ້​ວ່າ, ນັບ​ແຕ່​ດົນ​ນານມາ​ແລ້ວ, ​ທາງ​ຂີດ​ຂັ້ນ​ທິດ​ເໜືອ ຖືກ​ຖື​ວ່າ​ແມ່ນ​ສາຍ​ເຫດ​ທີ່​ກໍ່​ໃຫ້​ເກີດ​ສະ​ພາບ​ປະ​ທະ​ກັນ​ລະຫວ່າງ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ. ສປປ ​ເກົາຫຼີ​ ພຽງ​ແຕ່​ຮັບຮອງ​ທາງ​ຂີດ​ຂັ້ນ​ບົນ​ທະ​ເລ ​ໂດຍ​ປະ​ເທດ​ນີ້​ກຳນົດ​ ຢູ່​ທິດຕາ​ເວັນ​ຕົກ​ທະ​ເລ​ເຫຼືອ​ງ ເທົ່າ​ນັ້ນ, ຫາກ​ບໍ່​ແມ່ນ​ທາງ​ຂີດ​ຂັ້ນ​ຢູ່​ທາງ​ທິດ​ເໜືອ.

 

ຂ່າວ/ບົດ​ອື່ນ