ສປປ ເກົາຫຼີ ຄິດໄລ່ຊັ່ງຊາທຸກໆມາດຕະການໂຕ້ຕອບອາເມລິກາ

(VOVWORLD) - ບັນດາຄຳປາໄສຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເມື່ອທ້າຍອາທິດຜ່ານມາແມ່ນ “ຄຳປະກາດສົງຄາມ” ຢ່າງຈະແຈ້ງ

ສປປ ເກົາຫຼີ ຄິດໄລ່ຊັ່ງຊາທຸກໆມາດຕະການໂຕ້ຕອບອາເມລິກາ - ảnh 1

  ທ່ານ Ri Yong –ho, ລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ ທີ່ກອງປະຊຸມຂອງ ສປຊ

(ພາບ: AFP/TTXVN)

ວັນທີ 25 ກັນຍາ, ທ່ານ Ri Yong –ho, ລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ ຖືວ່າ: ບັນດາຄຳປາໄສຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເມື່ອທ້າຍອາທິດຜ່ານມາແມ່ນ “ຄຳປະກາດສົງຄາມ” ຢ່າງຈະແຈ້ງ, ສິ່ງດັ່ງກ່າວ ເຮັດໃຫ້ ພຽງຢາງ ພວມຄິດໄລ່ຊັ່ງຊາທຸກໆມາດຕະການໂຕ້ຕອບ. ກ່າວຄຳເຫັນຕໍ່ວົງການນັກຂ່າວທີ່ນິວຢອກ, ປະເທດ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ Ri Yong –ho ຢືນຢັນວ່າ: ຍ້ອນ ອາເມລິກາ ໄດ້ປະກາດສົງຄາມ ດັ່ງນັ້ນ ພຽງຢາງ ຕ້ອງຮັກສາສິດໂດຍການ ຍົກເອົາບັນດາມາດຕະການໂຕ້ຕອບອອກ, ໃນນັ້ນມີເລື່ອງຍິງເຮືອບິນຖິ້ມລະເບີດຍຸດທະສາດຂອງ ອາເມລິກາ ໃນຂະນະທີ່ບັນດາເຮືອບິນນີ້ບໍ່ເຄື່ອນໄຫວຢູ່ໃນເຂດນ່ານຟ້າຂອງ ສປປ ເກົາຫຼີ. ຕາມທ່ານ Ri Yong – ho ແລ້ວ, ປະຊາຄົມສາກົນຕ້ອງຍອມຮັບວ່າ ອາເມລິກາ ເອງໄດ້ປະກາດສົງຄາມກັບ ສປປ ເກົາຫຼີ ກ່ອນ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Ri ກໍ່ເນັ້ນໜັກວ່າທີ່ຈິງແລ້ວ ສປປ ເກົາຫຼີ ບໍ່ຢາກການໂຕ້ຖຽງກັນກັບ ອາເມລິກາ ນັ້ນກາຍເປັນການລົງມືກະທຳຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ