ສປປ ເກົາຫຼີ ປະກາດມານະພະຍາຍາມຈົນສຸດຄວາມສາມາດເພື່ອປະເທດຊາດທີ່ເຂັ້ມແຂງ

(VOVWORLD) -  ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ຄັດສະເໜີຄຳເວົ້າຂອງການນຳ Kim Jong un ໃນການຢ້ຽມຢາມນີ້ໂດຍຢັ້ງຢືນຈະ “ຕໍ່ສູ້ຈົນຮອດເວລາໄດ້ຮັບຜົນ” ເພື່ອໃຫ້ ປະເທດ ສປປ ເກົາຫຼີ ມີຄວາມເອກະລາດດ້ານການເມືອງ
ສປປ ເກົາຫຼີ ປະກາດມານະພະຍາຍາມຈົນສຸດຄວາມສາມາດເພື່ອປະເທດຊາດທີ່ເຂັ້ມແຂງ - ảnh 1ການນຳ ສປປ ເກົາຫຼີ Kim Jong  - un ໄດ້ໄປຢ້ຽມຢາມເຂດສຸສານຢູ່ນະຄອນຫຼວງ ພຽງຢາງ 

ທ້າຍອາທິດຜ່ານມາ, ການນຳ ສປປ ເກົາຫຼີ Kim Jong  - un ໄດ້ໄປຢ້ຽມຢາມເຂດສຸສານຢູ່ນະຄອນຫຼວງ ພຽງຢາງ, ບ່ອນຝັງສົບຂອງການນຳ Kim Jong Il ແລະ ປະທານ ສປປ. ເກົາຫຼີ Kim Il sung, ເນື່ອງໃນໂອກາດ 6 ປີແຫ່ງວັນການນຳ Kim Jong Il ເຖິງແກ່ມໍລະນະກຳ.

        ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ຄັດສະເໜີຄຳເວົ້າຂອງການນຳ Kim Jong un ໃນການຢ້ຽມຢາມນີ້ໂດຍຢັ້ງຢືນຈະ “ຕໍ່ສູ້ຈົນຮອດເວລາໄດ້ຮັບຜົນ” ເພື່ອໃຫ້ ປະເທດ ສປປ ເກົາຫຼີ ມີຄວາມເອກະລາດດ້ານການເມືອງ, ມີຄວາມເຂັ້ມແຂງດ້ວຍຕົນເອງກ່ຽວກັບເສດຖະກິດ ແລະ ກຸ້ມຕົນເອງກ່ຽວກັບດ້ານປ້ອງກັນຊາດ. ແລະກໍ່ໃນວັນດຽວກັນ, ໜັງສືພິມ Rodong Sinmun – ກະບອກສຽງຂອງພັກແຮງງານ ສປປ ເກົາຫຼີ, ໄດ້ລົງພິມບົດນຳໂດຍເນັ້ນໜັກວ່າ ພຽງຢາງ ຈະບໍ່ຍອມຈຳນົນຕໍ່ໜ້າຄວາມດັນຈາກສາກົນ, ພ້ອມທັງຮຽກຮ້ອງປະຊາຊົນສາມັກຄີພາຍໃຕ້ການນຳພາຂອງການນຳ Kim Jong un. ບົດຂຽນໄດ້ຊີ້ແຈ້ງ ວ່າ ສປປ ເກົາຫຼີ ພວມພັດທະນາໂດຍບໍ່ຫົວຊາຕໍ່ຄຳສັ່ງລົງໂທດຂອງ ອາເມລິກາ ແລະ ບັນດາປະເທດ ພັນທະມິດ, ພ້ອມທັງຍ້ອງຍໍຊົມເຊີຍບັນດາບາດກ້າວໃນລາຍການນິວເຄຼຍ ແລະ ລູກສອນໄຟຂອງປະເທດນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ