ສປປ.ເກົາຫຼີກະຕຸກຊຸກຍູ້ອາເມລິກາລົງນາມໃນສັນຍາສັນຕິພາບກ່ຽວກັບແຫຼມເກົາຫຼີ

ສປປ.ເກົາຫຼີກະຕຸກຊຸກຍູ້ອາເມລິກາລົງນາມໃນສັນຍາສັນຕິພາບກ່ຽວກັບແຫຼມເກົາຫຼີ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 07/10, ສປປ.​ເກົາຫຼີ ​ໄດ້ກະຕຸກ​ຊຸກຍູ້​ອາ​ເມລິ​ກາ ​ລົງ​ນາມ​ໃນ​ສັນຍາ​ສັນຕິພາບ, ​​ແທນ​​ໃຫ້ສັນຍາຢຸດ​ຮົບ​ເມື່​ອປີ 1953, ​ເພື່ອ​ແນ​​ໃສ​່ສ້າງພື້ນຖານ​ສັນຕິພາບຢ່າງ​ຍາວ​ນານ​ໃນ​ແຫຼມ​ເກົາຫຼີ. ​ໂຄສົກ​ກະຊວງການ​ຕ່າງປະ​ເທດສປປ.​ເກົາຫຼີ ​ໄດ້​ຢືນຢັນ​ຄືນ​ໃໝ່​ຫຼັກ​ໝັ້ນ​ຂອງ​ພຽງ​ຢາງ ກ່ຽວ​ກັບ​ການ​ປ່ຽນ​ແທນ​ຂໍ້​ຕົກ​ລົງຢຸດ​ຮົບ​ໃນ​ປະຈຸ​ບັນ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ພາຍຫຼັງ​ສົງຄາມ​ສປປ.​ເກົາຫຼີ 1950 – 1953, ດ​້ວຍສັນ​ທິສັນຍາ​ສັນຕິພາບ ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະພາບ​ເຄັ່ງ​ຕຶງ ​ແລະ ຟື້ນ​ຟູສັນ​ຕິ​ພາບ​ໃນ​ແຫຼມ​ເກົາຫຼີ ຄື​ນ​ໃໝ່. ​ໂຄສົກກະຊວງການ​ຕ່າງປະ​ເທດສປປ.​ເກົາຫຼີ ຊີ້​ແຈ​້ງວ່າ, ສຳລັບ ສປປ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ, ມາ​ດຕະການ​ພື້ນຖານ​ເພື່ອ​ຄວບ​ຄຸມ​ສະພາບ​ການ​ຮ້າຍ​ແຮງ​ໃນ​ປະຈຸ​ບັນ​ແມ່ນ ປະລະ​ຂໍ​້ຕົກລົງ​ຢຸດ​ຮົບ​ທີ່​ຫຼ້າ​ສະ​ໄໝ, ພອມ​ທັງ​​ເຊັນສົນທິ​ສັນຍາ​ສັນຕິພາບໃໝ່​ໃນ​ໄລຍະ​ໄວ້​ທີ່​ສຸ​ດ ​ເພື່ອ​ສາມາດ​ສ້າງ​ຕັ້ງ​ກົນ​ໄກຮັກສາ​ສັນ​ຕິ​ພາບ​ຢ່າງຍາວ​ນານ.
ຂ່າວ/ບົດ​ອື່ນ