ສປປ.ເກົາຫຼີຍິງລູກສອນໄຟໜ້າດິນຕ້ານເທິງອາກາດໃສ່ເຂດທະເລຕາເວັນອອກ

ສປປ.ເກົາຫຼີຍິງລູກສອນໄຟໜ້າດິນຕ້ານເທິງອາກາດໃສ່ເຂດທະເລຕາເວັນອອກ - ảnh 1
(ພາບປະກອບຈາກ KCNA)

(vovworld) – ​ ວັນ​ທີ 4/4, ສື່ສານ ສ. ​ເກົາຫຼີ ​ໃຫ້​ຂ່າວ​ວ່າເມື່ຶອອາທິດ​ຜ່ານ​ມາ, ສປປ.​ເກົາຫຼີ ​ໄດ້​ຍິງລູກ​ສອນ​ໄຟ​ໜ້າ​ດິນ​ຕ້ານ​ເທິງ​ອາກາດ​ 3 ລູກໃສ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້, ຫາກ​ບໍ່​ແມ່ນ​ລູກ​ດຽວ​ຄື​​ໄດ້ແຈ້ງ​​ກ່ອນ​ນັ້ນ​ຂອງ​ກອງທັບ ສ. ​ເກົາຫຼີ. ສຳນັກ​ຂ່າວສານ Yonhap ຂອງ ສ. ​ເກົາຫຼີ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ການ​ທະຫານ​ຂອງ​ປະ​ເທດ​ນີ້​ຍອມຮັບ​ວ່າ: “ວັນ​ທີ 1/4, ສປປ ​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ໜ້າ​​ດິນ​ຕ້າ​ນ​ເທິງ​ອາກາດ​ 3  ລູກຈາກ​ເຂດ Hamgyong ​ໃຕ້”. ຕາມ​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ແລ້ວ, ພຽງ​ຢາງ​ ​ໄດ້ຍິງ​ລູກ​ສອນ​ໄຟ​ໜ້າ​ດິນຕ້ານ​ເທິງ​ອາກາດ 2 ລູກ ພາຍຫຼັງ​ລູກ​ສອນ​ໄຟ​ທີ​ໜຶ່ງ​ຖືກ​ຍິງ​ໃນ​​ເວລາ​ປະມານ 12 ​ໂມງ 45 ນາທີ​ຂອງ​ວັນ​ທີ 1/4 ຈາກ​ແຂວງ Hamgyong ​ໃຕ້ ຄື​ດັ່ງ​ຫົວໜ້າ​ສະ​ພາ​ເສນາ​ທິການ​ກຳລັງ​ທະຫານ​ປະສົມ ສ. ​ເກົາຫຼີ ​ໄດ້​ປະກາດ​ໃນ​ວັນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ