ສື່ມວນຊົນປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການສ້າງສາແລະປົກປັກຮັກສາປະເທດຊາດ

(VOVWORLD) -ພາຍໃຕ້ການຊີ້ນຳນຳພາຂອງພັກ, ສື່ມວນຊົນປະຕິວັດຫວຽດນາມ ຍາມໃດກໍແມ່ນກຳລັງສຳຄັນທີ່ສຸດ, ສວມບົດບາດສຳຄັນໃນແນວຮົບແນວຄິດ, ວັດທະນະທຳ, ເຕີບໂຕເຂັ້ມແຂງໃນທຸກດ້ານຢ່າງບໍ່ຢຸດຢັ້ງ.

 ສື່ມວນຊົນປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການສ້າງສາແລະປົກປັກຮັກສາປະເທດຊາດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະ

(ພາບ:VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2018), ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບການນຳບັນດາອົງການສຳນັກຂ່າວສານ, ສື່ມວນຊົນທົ່ວປະເທດ, ບັນດານັກຂ່າວປະຕິວັດຜູ້ອາວຸໂສ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ, ສື່ມວນຊົນປະຕິວັດຫວຽດນາມ ຍາມໃດກໍແມ່ນກຳລັງສຳຄັນທີ່ສຸດ, ສວມບົດບາດສຳຄັນໃນແນວຮົບແນວຄິດ, ວັດທະນະທຳ, ເຕີບໂຕເຂັ້ມແຂງໃນທຸກດ້ານຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ສື່ມວນຊົນປະຕິວັດຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການປະຕິວັດຂອງພັກ, ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ບັນດາອົງການສື່ມວນຊົນ ຈົ່ງສຸມໃສ່ໂຄສະນາເຜີຍແຜ່ເຖິງປະຊາຊົນ ສຳລັບບັນດາບັນຫາການເມືອງ, ຮັບປະກັນໃຫ້ຖືກຕ້ອງກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຂ້າພະເຈົ້າສະເໜີວ່າ ສື່ມວນຊົນ ຕ້ອງເປັນເຈົ້າການໃນການຍູ້ແຮງວຽກງານຖະແຫຼງຂ່າວໂຄສະນາເຜີຍແຜ່ ເພື່ອໃຫ້ທົ່ວປະເທດ, ນັບທັງຖັນແຖວນັກຂ່າວ, ພະນັກງານ, ລັດຖະກອນ ແລະ ປະຊາຊົນເຂົ້າຮ່ວມ, ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ຕັ້ງໜ້າໃຫ້ຂ່າວປະຕິເສດຕໍ່ແຫຼ່ງຂໍ້ມູນຂ່າວສານທີ່ຜິດພາດໃນອິນເຕີເນັດ ຢ່າງທັນການ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ປະຊາຄົມວິສາຫະກິດ, ນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ”.

Vu Dung

ຕອບກັບ

ຂ່າວ/ບົດ​ອື່ນ