ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຈັດຕັ້ງກອງປະຊຸມ ອາຊີ - ອາຟຣິກາ 20

(VOVWORLD) - ວັນທີ 25 ເມສາ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສົມທົບກັບບໍລິສັດ Kyodo PR ຈັດຕັ້ງກອງປະຊຸມ ອາຊີ - ອາຟຣິກາ ຄັ້ງທີ 20 ຢູ່ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ.
ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຈັດຕັ້ງກອງປະຊຸມ ອາຊີ - ອາຟຣິກາ 20 - ảnh 1 ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ

ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາສະຖານທູດ 10 ປະເທດ ອາຊຽນ ແລະ 20 ປະເທດ ອາຟຣິກາ ຢູ່ ຍີ່ປຸ່ນ, ຜູ້ຕາງໜ້າບາງກະຊວງ, ຂະແໜງການ ແລະ ວິສາຫະກິດຂອງປະເທດປະຈຳຖິ່ນກ່ວາ 50 ແຫ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໃຫ້ຮູ້ວ່າ: ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ແລະ ໄດ້ມີການປະກອບສ່ວນສຳຄັນໃຫ້ແກ່ວິວັດການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

        ແລະກໍ່ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການແນະນຳກ່ຽວກັບສະພາບແວດລ້ອມ ແລະ ນະໂຍບາຍການລົງທຶນຂອງ ຫວຽດນາມ, ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ນະໂຍບາຍຂອງ ຍີ່ປຸ່ນ ແນໃສ່ຮັບມືກັບສະພາບການປະຊາກອນໃນເກນອາຍຸສູງ, ການເຄື່ອນໄຫວຄົ້ນຄວ້າກ່ຽວກັບດາວທຽມຂອງ ຍີ່ປຸ່ນ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນການພັດທະນາດາວທຽມ Micro Dragon…

ຕອບກັບ

ຂ່າວ/ບົດ​ອື່ນ