ສະຖານທູດ ຫວຽດນາມ ປະຈຳ ລາວ ມອບເງິນສະໜັບສະໜູນພໍ່ແມ່ປະຊາຊົນຖືກເສຍຫາຍຈາກຝົນຕົກໜັກນ້ຳຖ້ວມ

(VOVWORLD) - ຕອນຄ່ຳວັນທີ 12 ສິງຫາ, ທີ່ນະຄອນຫລວງ ວຽງຈັນ, ປະເທດລາວ, ທ່ານ ຫງວຽນແທງຕູງ ອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຕ່າງໜ້າສະຖານທູດມອບຈຳນວນເງິນ 2230 USD
ສະຖານທູດ ຫວຽດນາມ ປະຈຳ ລາວ ມອບເງິນສະໜັບສະໜູນພໍ່ແມ່ປະຊາຊົນຖືກເສຍຫາຍຈາກຝົນຕົກໜັກນ້ຳຖ້ວມ - ảnh 1 ສະຖານທູດ ຫວຽດນາມ ປະຈຳ ລາວ ມອບເງິນໃຫ້ທ່ານ ເຈີ່ນແທງເມີນເພື່ອສະໜັບສະໜູນພໍ່ແມ່ປະຊາຊົນຖືກເສຍຫາຍຈາກຝົນຕົກໜັກນ້ຳຖ້ວມ

ໃຫ້ທ່ານ ເຈີ່ນແທງເມີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອ ສະໜັບສະໜູນພໍ່ແມ່ປະຊາຊົນບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອທີ່ ຖືກເສຍຫາຍຈາກຝົນຕົກໜັກນ້ຳຖ້ວມ. ທ່ານອັກຄະລັດຖະທູດ ຫງວຽນແທງຕູງ ໃຫ້ຮູ້ວ່າ: ນີ້ແມ່ນຈຳນວນເງິນໂດຍພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຈັດຕັ້ງ ຫວຽດນາມ ປະຈຳ ລາວ ບໍລິຈາກຢ່າງໜ້ອຍສຸດແມ່ນຜູ້ລະບໍລິຈາກເງິນເດືອນ 1 ວັນ ເພື່ອສະໜັບສະໜູນພໍ່ແມ່ປະຊາຊົນບັນດາແຂວງເຂດຕາເວັນຕົກສ່ຽງເໜືອ ທີ່ຖືກເສຍຫາຍຍ້ອນຝົນຕົກໜັກນ້ຳຖ້ວມຜ່ານມາ. ເຖິງວ່າຈຳນວນເງິນບໍ່ຫລາຍກໍ່ຕາມ ແຕ່ສະແດງໃຫ້ເຫັນນ້ຳໃຈຂອງຊາວ ຫວຽດນາມ ຢູ່ຫ່າງໄກກັບບ້ານເກີດເມືອງນອນ ດ້ວຍຈິດໃຈອຸ້ນຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປາດຖະໜາແບ່ງເບົາຄວາມຫຍຸ້ງຍາກເສຍຫາຍສ່ວນໃດສ່ວນໜຶ່ງ ເຊິ່ງພໍ່ແມ່ປະຊາຊົນບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອໄດ້ປະສົບໃນຊຸມວັນຜ່ານມາ.

        ສ່ວນທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີນ ກໍ່ຂອບນ້ຳຈິດໃຈຂອງພະນັກງານ ພາລະກອນສະຖານທູດ ແລະ ບັນດາອົງການຕ່າງໜ້າ ຫວຽດນາມ ປະຈຳ ລາວ ແລະ ໝັ້ນໝາຍວ່າ ຈະສົ່ງຈຳນວນເງິນດັ່ງກ່າວເຖິງພໍ່ແມ່ປະຊາຊົນໃນໄລຍະເວລາໄວທີ່ສຸດ, ປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນຫລຸດຜ່ອນຄວາມເສຍຫາຍພາຍຫລັງເຫດຝົນຕົກໜັກນ້ຳຖ້ວມ ແລະ ເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ.

 

ຕອບກັບ

ຂ່າວ/ບົດ​ອື່ນ