ສະຖານທູດຫວຽດນາມ ປະຈໍາ ມາເລເຊຍ ອວຍພອນວັນຊາດລາວ

(VOVWORLD) -ໃນຕະຫຼອດ 43 ປີ ຜ່ານມາ, ພາຍໃຕ້ການຊີ້ນໍານໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ ແລະ ຮອບດ້ານໃນທຸກຂົງເຂດ
ສະຖານທູດຫວຽດນາມ ປະຈໍາ ມາເລເຊຍ ອວຍພອນວັນຊາດລາວ - ảnh 1 ທ່ານເອກອັກຄະລັດຖະທູດ ເລກີວກວິິ່ງ ມອບດອກໄມ້ ອວຍພອນທ່ານເອກອັກຄະລັດຖະທູດລາວ ຫຸມດາວພອນ ສຸກຂະເສີມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 43 ປີ (ພາບ: vietnamplus.vn)

ວັນທີ 30 ພະຈິກ, ທ່ານ ເລກີວກວິິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ ໄດ້ນໍາໜ້າຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈໍາ ມາເລເຊຍ ໄດ້ໄປສະຖານທູດລາວ ປະຈໍາ Kuala Lumpur, ປະເທດມາເລເຊຍ ເພື່ອອວຍພອນວັນສະຖາປະນາປະເທດ ສປປ ລາວ ຄົບຮອບ 43 ປິ (02/12/1975  - 02/12/2018).   

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດລາວ ຫຸມດາວພອນ ສຸກຂະເສີມ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ນໍ້າໃຈອັນດີງາມ ເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ສະຫງວນໃຫ້ ພັກ, ລັດ ແລະ ປະຊາຊົນລາວໃນຕະຫຼອດ 43 ປີ ຜ່ານມາ. ທ່ານເນັ້ນໜັກວ່າ ການພົວພັນລະຫວ່າງລາວ ແລະ ຫວຽດນາມ ແມ່ນສາຍພົວພັັັັນພິເສດ.

       ສ່ວນທ່ານເອກອັກຄະລັດຖະທູດ ເລກີວກວິິ່ງ ຖືວ່າ ໃນຕະຫຼອດ 43 ປີ ຜ່ານມາ, ພາຍໃຕ້ການຊີ້ນໍານໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ ແລະ ຮອບດ້ານໃນທຸກຂົງເຂດ, ພິເສດແມ່ນໃນປີ 2018, ເຖິງວ່າ ລາວ ໄດ້ປະສົບກັບຄວາມຫຍຸ້ງຍາກຈາກໄພນໍ້າຖ້ວມກໍຕາມ ແຕ່ສະພາບການການເມືອງ, ຄວາມສະຫງົບປອດໄພຍັງໄດ້ຮັກສາຢ່າງໝັ້ນຄົງ, ເສດຖະກິດ - ສັງຄົມພັດທະນາເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ