ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

(VOVWORLD) - ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.
ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ - ảnh 1ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ມອບເງິນຊ່ວຍເຫຼືອປະຊາຊົນພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ຖືກຜົນກະທົບຈາກໄພທຳມະຊາດ 

ກ່າວມອບ ໂດຍທ່ານ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ຕາງໜ້າກ່າວຮັບ ໂດຍແມ່ນທ່ານ ເຫົາ ອາ ເລັ່ງ ( Hau A Lenh) ກຳມະການສູນກາງພັກ, ຮອງປະທານແນວໂຮມປະເທດຊາດຫວຽດນາມ ຕາງໜ້າລັດຖະບານຫວຽດນາມ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນພິຍານ.

ເງິນຈຳນວນດັ່ງກ່າວໄດ້ມາຈາກການປະກອບສ່ວນຂອງຄະນະນຳ, ພະນັກງານສະຖານທູດລາວ ທີ່ຮ່າໂນ້ຍ ພ້ອມດ້ວຍນັກສຶກສາລາວທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ແລະ ການປະກອບສ່ວນຂອງບັນດາກະຊວງ, ທະບວງກົມ, ບັນດາອົງການຈັດຕັ້ງຂັ້ນຕ່າງໆຂອງຫວຽດນາມ ທີ່ປ່ຽນຈາກການຊື້ກະຕ່າດອກໄມ້ ເນື່ອງໃນໂອກາດມາອວຍ ພອນ ວັນຊາດ  ແຫ່ງ ສປປ ລາວ ຄົບຮອບ 45 ປີ (ວັນທີ 02 ທັນວາ 1975-02 ທັນວາ 2020)  ແລະ ວັນຄ້າຍວັນເກີດປະທານໄກສອນ  ພົມວິຫານ ຄົບຮອບ 100 ປີ ( ວັນທີ 13 ທັນວາ 1920 – 13 ທັນວາ 2020) ມາເປັນເງິນປະກອບສ່ວນ.

ໃນໂອກາດກ່າວມອບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກ່າວວ່າ ເຖິງວ່າສອງປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍປະການໂດຍສະເພາະແມ່ນກຳລັງປະເຊີນໜ້າກັບພະຍາດໂຄວິດ-19 ແລະ ຍັງມາມີໄພທຳມະຊາດທີ່ເກີດຂຶ້ນຢູ່ພາກກາງ ແລະ ໄຕຫງວຽນຂອງຫວຽດນາມ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ສປປລາວ, ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍຄືນ້ຳໃຈສາກົນກຳມະຊີບອັນສູງສົ່ງຂອງຕົນ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍັງໄດ້ບິແບ່ງວັດຖຸປັດໃຈມາຊ່ວຍລັດຖະບານກໍຄືປະຊາຊົນລາວ ໃນການຕ້ານພະຍາດໂຄວິດ-19 ພ້ອມຍັງໄດ້ມອບເຂົ້າສານຈຳນວນ 1000 ໂຕນ ໄປຊ່ວຍເຫຼືອປະຊາຊົນລາວຢູ່ແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງອີກດ້ວຍ. ການປະກອບສ່ວນຊ່ວຍເຫຼືອຄັ້ງນີ້ເຖິງວ່າເປັນຈຳນວນບໍ່ຫຼາຍກໍ່ຕາມແຕ່ກໍເປັນການປະກອບສ່ວນໝົດຈິດໝົດໃຈເຕັມໄປດ້ວຍຖານສະຫາຍອ້າຍນ້ອງ ຈາກສະຖານເອກອັກຄະລັດຖະທູດລາວທີ່ຮ່າໂນ້ຍຂອງພວກເຮົາ, ໂດຍຜ່ານທ່ານ ຮອງປະທານແນວໂຮມປະເທດຊາດຫວຽດນາມໄປຍັງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຢູ່ທາງພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ຫວັງວ່າປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນເຂດດັ່ງກ່າວຈະໄດ້ຮັບການຟື້ນຟູ ແລະ ກັບມາດຳລົງຊີວິດເປັນປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ