ສະພາປະທານສະຫະພັນກຳມະບານໂລກສະໜັບສະໜູນຫວຽດນາມປົກປັກຮັກສາອະທິປະໄຕ

ສະພາປະທານສະຫະພັນກຳມະບານໂລກສະໜັບສະໜູນຫວຽດນາມປົກປັກຮັກສາອະທິປະໄຕ - ảnh 1
ອັດກອງ​ປະຊຸມສະພາປະທານ​ສະຫະພັນ​ກຳມະບານ​ໂລກ
(ພາບ: baomoi.com)

(vovworld) – ວັນ​ທີ 6/3, ຢູ່ ຮ່າ​ໂນ້ຍ, ກອງ​ປະຊຸມສະພາປະທານ​ສະຫະພັນ​ກຳມະບານ​ໂລກ ສືບ​ຕໍ່​ປຶກສາ​ຫາລື ​ແລະ ສຶ້ນສຸດ​ການ​ເຮັດ​ວຽກ​ ​ເປັນ​ເວລາ 2 ວັນ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ມະຕິ​ສະໜັບສະໜູນ​ປະຊາຊົນ, ຜູ້​ອອກ​ແຮງ​ງານ, ອົງການ​ຈັດ​ຕັ້ງ​ຂອງ​ຜູ້​ອອກ​ແຮງ​ງານ ຢູ່​ບັນດາ​ປະ​ເທດ​ທີ່​ພວມຕໍ່ສູ້​ທວງ​ເອົາ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ. ພ້ອມ​ກັນ​ນັ້ນ, ບັນດາ​ຜູ້​ແທນ​ກໍ່​​ເຫັນ​ດີ​ນຳ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ເຂົ້າ​ໃນ​ມະຕິ​ກອງ​ປະຊຸມສະພາປະທານ​ສະຫະພັນ​ກຳມະບານ​ໂລກ, ດ້ວຍ​ເນື້ອ​ໃນວ່າ: ກອງ​ປະຊຸມສະພາປະທານ​ສະຫະພັນ​ກຳມະບານ​ໂລກຢືນຢັນ​ການ​ສະໜັບສະໜູນ ​ແລະ ຄວາມ​ສາມັກຄີ​ຢ່າງ​ເດັດຂາດ​ກັບ​ຫວຽດນາມ ກໍ່​ຄື ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ ຫວຽດນາມ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕ ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ບັນດາ​ມາດ​ຕະການສັນຕິພາບ, ​ເໝາະ​ສົມ​ກັບ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ ກໍ່​ຄື​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).

ຂ່າວ/ບົດ​ອື່ນ