ສະພາສູງອາເມລິກາ ຮັບຮອງເອົາຮ່າງກົດໝາຍກ່ຽວຂ້ອງເຖິງອີຣານ

ສະພາສູງອາເມລິກາ ຮັບຮອງເອົາຮ່າງກົດໝາຍກ່ຽວຂ້ອງເຖິງອີຣານ - ảnh 1
(ພາບປະກອບ: AFP/TTXVN)

​(vovworld) – ​ວັນ​ທີ 07/05, ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນກວມ​ອັດຕາ​ສ່ວນ​ຫຼາຍ​ແມ່ນ 98%, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ກວດກາ​ສັນຍາ​ນິວ​ເຄຼຍກັບ​ອີຣານ ​ໄດ້​ຮັບ​ການ​ຮັບຮອງ​ເອົາ. ຕາມ​ນັ້ນ​​ແລ້ວ, ​ສະພາ​ແຫ່ງຊາດ​ມີ​ສິດ​ໄດ້​ພິຈາລະນາ​ທຸກ​ຂໍ້​ຕົກລົງຖ້າ​ບັນລຸ​ໄດ້​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍຂອງ​ອີຣານ ​ແລະ ຫ້າມ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍ​ດີ Barack Obama ບໍ່​ໄດ້​ຍົກ​ເລີກ​ບັນດາ​ມາດ​ຕະການ​ລົງ​ໂທດ​ອີຣານ ຢ່າງ​ໜ້ອຍ​ສຸດ​ໃນ​ເວລາ 30 ວັນ, ​ເມື່ອ​ບັນດາ​ນັກ​ສ້າງ​ກົດໝາຍ​ພວມ​ໃນ​ວິວັດ​ການ​ພິຈະ​ນານາ​ສັນຍາ​ສຸດ​ທ້າຍ​ເຊິ່ງກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ​ແລະ ອີຣານອາດ​ບັນລຸ​ໄດ້​ແຕ່​ນີ້​ຮອດ​​ເວລາ​ກຳນົດ​ສຸດ​ທ້າຍ​ແມ່ນ 30/06 ຈະ​ມາ​ເຖິງ. ​ແຕ່​ທ່ານ Barack Obama ຍັງ​ສາມາດ​ນຳ​ໃຊ້​ສິດ​ຂອງ​ຜູ້ນຳ​​ອົງການອຳນາດ​ບໍລິຫານ​ເພື່ອ​ປະຕິ​ເສດ.

ຂ່າວ/ບົດ​ອື່ນ