ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື

(VOVWORLD) -ຍາມໃດ ຫວຽດນາມ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ອາຟະລິກາໃຕ້ ພັດທະນາການພົວພັນກັບບັນດາປະເທດໃນກຸ່ມ ອາຊຽນ
ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື - ảnh 1ການເຮັດວຽກຂອງຄະນະປະຕິບັດງານກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວຽດນາມ
(ພາບ: TTXVN)

        ໃນລະຫວ່າງວັນທີ 22 – 28 ກັນຍາ, ຄະນະປະຕິບັດງານກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ນຳໂດຍທ່ານ ເລແອັງຕວນ, ຮອງຫົວໜ້າກຳມາທິການ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ອາຟະລິກາໃຕ້ ນຳໜ້າໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນນິຕິບັນຍັດ Cape Town ແລະ ນະຄອນບໍລິຫານ Pretoria ຂອງ ອາຟະລິກາໃຕ້.

        ທີ່ບັນດາການເຮັດວຽກຢູ່ Cape Town, ບັນດາສະມາຊິກ ອາຟະລິກາໃຕ້ ສະເໜີໃຫ້ 2 ປະເທດສຸມໃສ່ພັດທະນາການພົວພັນເສດຖະກິດໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງທັງ 2 ປະເທດ, ໄປພ້ອມກັບການພັດທະນາທາງການທູດປະຊາຊົນ ແລະ ສຸມໃສ່ເຂົ້າໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ຝ່າຍ ອາຟະລິກາໃຕ້ ກໍ່ສະແດງຄວາມປາດຖະໜາຢາກຈັດສົ່ງຄະນະສະມາຊິກສະພາແຫ່ງຊາດ ອາຟະລິກາໃຕ້ ມາ ຫວຽດນາມ ເພື່ອແນໃສ່ພົວພັນ, ແລກປ່ຽນບົດຮຽນ.

        ຕໍ່ຈາກນັ້ນ, ຢູ່ Pretoria, ທີ່ການເຮັດວຽກກັບທ່ານຮອງລັດຖະມົນຕີກະຊວງຮ່ວມມື ແລະ ພົວພັນສາກົນ Alvin Botes, ທ່ານ ເລແອັງຕວນ ໃຫ້ຮູ້ວ່າ, ຍາມໃດ ຫວຽດນາມ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ອາຟະລິກາໃຕ້ ພັດທະນາການພົວພັນກັບບັນດາປະເທດໃນກຸ່ມ ອາຊຽນ ເວົ້າລວມ ແລະ ໜູນຊ່ວຍສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການພົວພັນກັບສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ເຊິ່ງ ຫວຽດນາມ ເປັນສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ