ສະພາແຫ່ງຊາດກຳປູເຈຍຕຳນິຕິຕຽນການນຳຝ່າຍຄ້ານSamRainsy

ສະພາແຫ່ງຊາດກຳປູເຈຍຕຳນິຕິຕຽນການນຳຝ່າຍຄ້ານSamRainsy  - ảnh 1
ຜູ້ນຳ​ຝ່າຍ​ຄ້ານ Sam Rainsy
(ພາບ: AFP)

(vovworld) – ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ​ໄດ້​ກ່າວ​ຕຳ​ນິຕິ​ຕຽນ​ຢ່າງ​ຮຸນແຮງ​ຖະ​ແຫຼ​ງການ​ຂອງຜູ້ນຳ​ຝ່າຍ​ຄ້ານ Sam Rainsy ​ເຊິ່ງຖື​ວ່າ: ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ຊຸດ​ທີ 5 ບໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ພ້ອມ​ທັງ​ຢືນຢັນ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ Sam Rainsy ສົ່ງ​ຜົນ​ຮ້າຍ​ຢ່າງ​ໜັກ​ໜ່ວງ​ເຖິງ​ບົດບາດອັນ​ສູງ​ສົ່ງ​ຂອງ​ພະ​ບາດ​ສົບ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Norodom Sihamoni. ຄຳ​ຕຳ​ນິຕິ​ຕຽນ​ດັ່ງກ່າວ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ທີ່​ທ່ານ Sam Rainsy, ປະທານ​ພັກ​ກູ້​ຊາດ ກຳປູ​ເຈຍ (CNRP) ​ສົ່ງ​ຈົດໝາຍ​ເຖິງພະ​ບາດ​ສົບ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Norodom Sihamoni ​ໃນ​ວັນ​ທີ 2/4, ​ໃນ​ນັ້ນ​​ໃຫ້​ຮູ້​ວ່າ: ​ປະຈຸ​ບັນ, ສະພາ​ແຫ່ງ​ຊາດ ກຳປູ​ເຈຍ​ແມ່ນ​ຜິດ​ກົດໝາຍ, ບໍ່​​ເປັນ​ຕົວ​ແທນ​ໃຫ້​ແກ່ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ ກຳປູ​ເຈຍ ​ຍ້ອນ​​ມີ​ພຽງແຕ່​ເຕົ້າ​ໂຮມ​ບັນດາ​ຜູ້ຕາງໜ້າ​ຂອງ​ພັກ​ປະຊາຊົນ ກຳປູ​ເຈຍ (CPP).

    ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 4/4 ຂອງ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ​ເນັ້ນ​ໜັກ​ວ່າ: ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ​ແມ່ນ​ໝາກຜົນ​ການ​ຮວບ​ຮວມ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກຳປູ​ເຈຍ ຜ່ານ​ການ​ປ່ອນ​ບັດ​​ໂດຍປະຊາທິປະ​ໄຕ ​ແລະ ​ເສ​ລີ​ພາບ. ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ​ແມ່ນສອດຄ່ອງ​ກັບ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ຂອງ ກຳປູ​ເຈຍ​ ປະຈຸ​ບັນ. ​ໃນ​ຂະນະ​ນັ້ນ, ສະມາຊິກ​ສະພາ​ແຫ່ງ​ຊາດ 55 ທ່າ​ນສັງ​ກັດ CNRP ​ໄດ້​ປະ​ຕິ​ເສດບົດບາດ ​ແລະ ຄວາມ​ຮັບຜິດ​ຊອບ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ລໍຄອຍ.



ຂ່າວ/ບົດ​ອື່ນ