ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍພັນທະການທະຫານ (ສະບັບປັບປຸງ)

(vovworld) – ຕອນ​ບ່າຍ​ວັນ​ທີ 21/05, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ພັນທະ​ການ​ທະຫານ (ສະບັບ​ປັບ​ປຸງ). ກົດໝາຍ​ວ່າ​ດ້ວຍ​ພັນທະ​ການ​ທະຫານ ​ເຊິ່ງສະພາ​ແຫ່ງຊາດ​ຫວຽດນາມ ຊຸດ​ທີ 7 ຮັບຮອງ​ເອົາ ທີ່​ກອງ​ປະຊຸມສະ​ໄໝ​ສາມັນເທື່ອທີ 2 ​ເມື່ອ​ວັນ​ທີ 30/12/1981 ​ແລ​ະ ໄດ້​ຮັບ​ການປັບປຸງ, ​ເພີ່ມ​ເຕີມ​ໃນ​ປີ 1990, 1994 ​ແລະ 2005. ​ແຕ່​ວ່າ, ກົດໝາຍ​ວ່າ​ດ້ວຍ​ພັນທະ​ການ​ທະຫານ ​ໄດ້​ມີ​ບັນດາ​ຂໍ້​ຕິດ​ຂັດ, ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ຄຳ​ເຫັນ​ສ່ວນ​ຫຼາຍ​​ໄດ້​ຖື​ວ່າ, ຄວນ​ຮັກສາ​​ເກ່ັນ​ອາຍຸ​ເຂົ້າ​​ເປັນທະຫານຄື​ກົດໝາຍ​ພວມ​ປະກາດ​ໃຊ້ ​ແມ່ນ 18 – 27 ປີ. ມີ​ບາງຄຳ​ເຫັນ​ສະ​ເໜີ ບໍ່​ກຳນົດ​ການ​ເຂົ້າ​ເປັນ​ທະຫານ​ສຳລັບ​ນັກ​ສຶກສາ​ມະຫາວິທະຍາ​ໄລ ທີ່ພວມ​ຮໍ່າຮຽນ​ໃນ​ບັນດາ​ໂຮງຮຽນ​ທີ່​ຂຶ້ນ​ກັບ​​ລະບົບ​ສຶກສາຂອງ​ລັດ.


ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍພັນທະການທະຫານ (ສະບັບປັບປຸງ) - ảnh 1
ທ່ານ​ນາງ ​ເຈີ່​ນທິຮົ່ງທັ໋ມ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະ​ຄອນ​ເກີ​ນ​ເທີ
(ພາບປະກອບ: VGP)


​​  ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດ່ຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (ສະບັບ​ປັບປຸງ). ​ຮ່າງ​ກົດໝາຍ​ຄັ້ງ​ນີ້ ​ໄດ້​ເພີ່ມ​ເຕີມ, ​ເຮັດ​ແຈ້ງ​​ບົດບາດ, ທີ່​ຕັ້ງ, ພາລະໜ້າ​ທີ່, ສິດ ​ແລະ ໜ້າ​ທີ່​ຮັບຜິດຊອບ, ລະບົບ​ອົງການ​ຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ທຸກ​ຂັ້ນ, ​ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ເຕີມ, ກຳນົດ​ແຈ້ງ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ ​ແລະ ການ​​ໄຈ້​​ແຍ​ກຕີ​ລາຄາ​ສັງຄົມ, ຮັບປະກັນ​​ເໝາ​ະສົມ​ກັບຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ສະພາບ​ຕົວ​ຈິງ. ທ່ານ​ນາງ ​ເຈີ່​ນທິຮົ່ງທັ໋ມ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະ​ຄອນ​ເກີ​ນ​ເທີ ປະກອບ​ຄຳ​ເຫັນ​ວ່າ.

 “ກ່ຽວ​ກັບ​ການຈັດ​ຕັ້ງ​ຂອງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ, ຂ້າພະ​ເຈົ້າ​ສະ​ເໜີ​ກຳ​ນົດ​​​ບົດບາດໜ້າ​ທີ່, ສິດອຳນາດ ​ແລະ ​ເງື່ອນ​ໄຂ​ຮັບປະກັນ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ​​ໃຫ້ລະອຽດ​ກວ່າ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ ​ແລະ ການ​​ໄຈ້​​ແຍ​ກຕີ​ລາຄາ​ສັງຄົມ. ຈາກ​ນັ້ນ ​ເພື່ອ​ໃຫ້​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ​​ເປັນ​ບ່ອນ​ເຕົ້າ​ໂຮມ, ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​​ເປັນ​ຜູ້ຕາງໜ້າ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຖືກຕ້ອງ​ກົດໝາຍ, ຊອບ​ທຳຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ, ປະກອບສ່ວນ​ກໍ່ສ້າງ​ທັງ​ລະບົບ​ການ​ເມືອງ​ໃຫ້​ໝັ້ນຄົງ​ເຂັ້ມ​​ແຂງ ​ແລະ ມີ​ປະສິດທິ​ຜົນ”.

      ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຟານ​ຈຸງ​ລິ໋ ​ໄດ້ລາຍ​ງານ​ໃບ​ສະ​ເໜີ​ກ່ຽວ​ກັບ​ຮ່າງ​ກໍ່ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2016. ທ່າ​ນຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫງວຽນ​ແຮ້ງ​ຟຸ໋ກ ລາຍ​ງານໃບ​ສະ​ເໜີ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ.

   ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພັນທະທະຫານ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ