ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບສະພາບເສດຖະກິດ, ສັງຄົມ 2014

ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບສະພາບເສດຖະກິດ, ສັງຄົມ 2014 - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13)

(vovworld) – ​​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ວັນ​ທີ 21/10, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ​ສະພາບ​ເສດຖະກິດ, ສັງຄົມ​ປີ 2014 ​ແລະ ໜ້າ​ທີ່​ປີ 2015, ໝາກຜົນ​ການ​ປະຕິບັດ​ງົບປະມານ​ແຫ່ງ​ລັດ​ປີ 2014 ​ແລະ ແຜນງົບປະມານ​ແຫ່ງ​ລັດ ​ແລະ ວິທີ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2015.

ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ຫລາຍ​ທ່ານ​ຕີ​ລາ​ຄາ​ສູງ​ບັນ​ດ​າ​ມາດ​ຕະ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້​ຂອງ​ລັດ​ຖະ​ບານ​ໃນ​ໄລ​ຍະ​ຜ່ານ​ມາ. ປີ 2011 ໄພ​ເງິນ​ເຟີ້​ຢູ່​ໃນ​ລະ​ດັບ 18,13%, ມາ​ຮອດ​ປະ​ຈຸ​ບັນ​ຫລຸດ​ລົງ​ຍັງ​ເຫລືອ​ພຽງ 5%, ຍ້ອນ​ເຫ​ດນັ້ນ​ອັດ​ຕາ​ດອກ​ເບ້ຍ​ທະ​ນາ​ຄານ​ກໍ​ຫລຸດ​ລົງ. ທ່ານ ເຈີນ​ຮ່ວ​າງ​ເງິນ, ສ​ສ​ຊ ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ: ລັດ​ຖະ​ບານ ຄວນ​ສຸມ​ໃສ່​ຊຸກ​ຍູ້​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ, ໃນ​ນັ້ນ ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ວ​ິ​ສາ​ຫະ​ກິດ.

         ກ່​ອນໜ້າ​ນັ້ນ, ວັນ​ທີ 20/10, ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ເສດຖະກິດ​, ສັງຄົມ​ປີ 2014 ​ແລະ ໜ້າ​ທີ່​ປີ 2015 ​​ໂດຍ​ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຊີ້​ແຈ້ງວ່າ: ລັດຖະບານ​ສືບ​ຕໍ່​ປະຕິບັດ​ແຜນຮ່າງ​ສັງ​ລວມ​ສ້າງ​ໂຄງປະກອບພື້ນຖານ​ເສດຖະກິດ ​​ແລະ ​ໂຄງ​ປະກອບ​ຂະ​ແໜງ, ຂົງ​ເຂດຄືນ​ໃໝ່. ປະຕິບັດ​ການ​ຫັນລັດວິສາ​ຫະກິດ​ຄືນ​ໃໝ່ຢ່າງ​ຮີບ​ດ່ວນ ​ແລະ ​​ແໜ້ນ​ແຟ້ນ. ສຳ​ເລັດ​ແຜນການຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ຖອນ​ທຶນ​ນອກ​ຂະ​ແໜງ. ສືບ​ຕໍ່​ສ້າງ​ໂຄງ​ປະກອບ​​ບັນດາ​ອົງການ​ສິນ​​ເຊື່ອຄືນ​ໃໝ່; ຍົກ​ສູງ​ຄວາມ​ສາມາດ​ດ້ານ​ການ​ເງິນ, ກຳລັງ​ຄວາມ​ສາມາດ​​ໃນ​ການ​ຄຸ້ມ​ຄອງ ​ແລະ ຄຸນ​ນະພາ​ບ​ສິນ​ເຊື່ອ… ສ້າງ​ລະບອບ, ກົນ​ໄກ​ນະ​ໂຍບາຍ​ໃຫ້ສົມບູບ​ແບບ; ປະຕິບັດ​ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ​, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຄຸ້ມ​ຄອງ​ລາຄາ, ຈັດ​ແບ່ງ​ແຫຼ່ງກຳລັງ, ການ​ແກ່ງ​ແຍ່ງ​ຢ່າງສະ​ເໝີ​ພາບ, ກະຈາ​ງ​ແຈ້ງ… ​ແລະ​ກໍ່​​ໃນ​ວັນ​ທີ 20/10, ສະພາ​ແຫ່ງ​ຊາດ​ກໍ່​ໄດ້​ຮັບ​ຟ​ັງບົດ​ລາຍ​ງານ​ລວບ​ລວມຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ໃບ​ສະ​ເໜີ ​ແລະ ບົດ​ລາຍການ​ກວດກາ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ.

ຂ່າວ/ບົດ​ອື່ນ