ສະພາແຫ່ງຊາດຫວຽດນາມແລະກຳປູເຈຍເພີ່ມທະວີການຮ່ວມມືນຳກັນ

ສະພາແຫ່ງຊາດຫວຽດນາມແລະກຳປູເຈຍເພີ່ມທະວີການຮ່ວມມືນຳກັນ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ແລະ
ທ່ານ​ປະທານ​ສະພາ​ສູງ ກຳປູ​ເຈຍ Samdech Say Chhum)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເປັນ​ປະທານ​ພິທີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ສູງ ​ແຫ່ງລາຊະ​ອານາ​ຈັກ ກຳປູ​ເຈຍ ​ໂດຍ​ທ່ານ Samdech Say Chhum ປະທານ​ສະພາ​ສູງ ນຳ​ໜ້າ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງການ. ພາຍຫລັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ປະທານ​ສະພາ​ສູງ ກຳປູ​ເຈຍ Samdech Say Chhum ​ໄດ້ດຳ​ເນີນ​ການ​ເຈລະຈາ, ​2 ຝ່າຍ​ໄດ້ເຫັນ​ດີ​ເປັນ​ເອກະ​ພາບ​ເນື້ອ​ໃນ​ສຳຄັນ​ຫລາຍ​ຢ່າງກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດສະພາ​ແຫ່ງ​ຊາດ ​ແລະ ການ​ຮ່ວມ​ມື 2 ຝ່າຍ. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສລັດຖະສະພາ. ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຍູ້​ແຮງ​ບົດບາດ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ ​ທີ່ບັນລຸ​ໄດ້​ລະຫວ່າງ 2 ລັດຖະບານ, ພິ​ເສດ​ແມ່ນຄວາມ​ຄືບ​ໜ້າການ​ຂີດ​ຂັ້ນປັກ​ຫລັກ​ໝາຍ​ຊາຍ​ແດນ, ການ​ຮ່ວມ​ມື​ດ້ານເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ - ການ​ສຶກສາ ​ແລະ ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ; ຫວຽດນາມ ສືບ​ຕໍ່​ໜູນ​ຊ່ວຍ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ກ່ຽວ​ກັບ​ການ​ເຕັກນິກ ​ແລະ ບຳລຸງ​ສ້າງ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ພະນັກງານ. 2 ຝ່າຍ​ຈະ​ສືບ​ຕໍ່​ສຶກສາ​ອົບຮົມມູນ​ເຊື້​ອຄວາມ​ສາມັກຄີ, ມິດຕະພາບ​ແບບ​ພິ​ເສດ​ໃຫ້​ປະຊາຊົນ, ພິ​ເສດ​ແມ່ນ​ລຸ່ນໜຸ່ມ ຫວຽດນາມ, ກຳປູ​ເຈຍ. 2 ຝ່າຍ​ກໍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ຫວຽດນາມ​ຖື​ເປັນ​ສຳຄັນ​ພິ​ເສດ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ໃນ​ນັ້ນ​ມີ ກຳປູ​ເຈຍ ​ແລະ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ສະພາ​ສູງ ກຳປູ​ເຈຍ ຈະ​ປະກອບສ່ວນ​ປັບ​ປຸງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ພັກ, 2 ລັດ, 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ