ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຊຸດທີ X

(VOVWORLD) -ວັນທີ 21 ກໍລະກົດ, ກອງປະຊຸມໃຫຍ່ຜູ້ແທນສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ຊຸດທີ X, ອາຍຸການ 2018 – 2022 ໄດ້ດໍາເນີນຢູ່ສໍານັກງານສະມາຄົມໃຫຍ່ຊາວຫວຽດນາມອາໄສຢູ່ ສປປ ລາວ, ທີ່ນະຄອນຫຼວງວຽງຈັນ.

ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຊຸດທີ X - ảnh 1ຜູ້ແທນປ່ອນບັດເລືອກຕັ້ງ ຄະນະປະຕິບັດງານຊຸດທີ X 

(ພາບ: Pham Kien ນັກຂ່າວ TTXVN ປະຈໍາ ລາວ)

ກອງປະຊຸມໄດ້ຮັບຮອງເອົາບົດລາຍງານສະຫຼຸບວຽກງານການເຄື່ອນໄຫວຂອງສະມາຄົມ ຊຸດທີ IX ແລະ ທິດທາງວຽກງານການເຄື່ອນໄຫວຂອງສະມາຄົມຊຸດທີ X, ອາຍຸການ 2018 – 2022. ບົດລາຍງານໄດ້ຊີ້ແຈ້ງວ່າ ໃນອາຍຸຸການຜ່່ານມາ, ສະມາຄົມປະຕິບັດ ວຽກງານການເຄື່ອນໄຫວວົງຄະນະຍາດ, ຮັກສາ, ເສີມຂະຫຍາຍ ແລະ ປົກປັກຮັກສາສີສັນທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ ໃຫ້ເປັນຢ່າງດີ; ຈັດຕັ້ງ ແລະ ເຂົ້າຮ່ວມບັນດາງານບຸນ, ພົບປະກັບພໍ່ແມ່່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດວັນບຸນຄັ້ງຕ່າງໆຂອງປະເທດຊາດ.

        ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເອົາຄະນະປະຕິບັດງານຊຸດທີ X ເຊິ່ງລວມມີສະມາຊິກ 9 ຄົນ, ໃນນັ້ນ ທ່ານເລວັນມຸ່ຍ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມຊາວຫວຽດນາມຢູ່ນະຄອນຫຼວງວຽງຈັນ ຊຸດທີ X.

ຕອບກັບ

ຂ່າວ/ບົດ​ອື່ນ