ສະຫະພັນໃຫຍ່ແຮງງານຫວຽດນາມ ຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນໃນເຂດທະເລຂອງຫວຽດນາມ

ສະຫະພັນໃຫຍ່ແຮງງານຫວຽດນາມ ຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນໃນເຂດທະເລຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຖະ​ແຫຼ​ງການ​​ເມື່ອຕອນ​ເຊົ້າ​ວັນ​ທີ 07/06, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​​ເນັ້ນ​ໜັກ​ວ່າ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະມາ​ຊິກ, ກຳມະກອນ, ພາລະ​ກອນ, ຄົນ​ງານ​ທຸກ​ຄົນ ​ເພື່ອ​ສະ​ແດງ​ຄວາມ​ຂັດ​ໃຈ ​ແລະ ຄັດຄ້ານ​ການ​ກະທຳ​ຜິດ​ຂອງ​ຈີນ, ຮຽກຮ້ອງ​ຈີນ ຕ້ອງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢ່າງ 981 ພ້ອ​ມກັບ​ບັນດາ​ກຳປ​ັ່ນປ້ອງ​ກັນ​ອອກ​ຈາກ​ເຂດໄຫຼ່​ທະວີບ, ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ຢຸດຕິ​ບັນດາ​ການ​ກະທຳ​ໄຮ້​ມະນຸດສະ​ທຳ​ສຳລັບ​ຊາວ​ປະມົງ​ຫວຽດນາມ ບົນ​ທະ​ເລ​ຕາ​ເວັນ​ອອກ ​ແລະ ບໍ່​ປະ​ໃຫ້​ເກີດ​ບັນດາ​ການ​ກະທຳ​ຄ້າຍຄື​ກັນ​ໃນ​ອະນາຄົດ​ອີກ.

  ຖະ​ແຫຼ​ງການ​ຂອງສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ກໍ່​ຮຽກຮ້ອງ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ກຳມະບານ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ໃນ​ທົ່ວ​ໂລກ​ອອກສຽງ​ປົກ​ປ້ອງຄວາມ​ຍຸຕິ​ທຳ, ສະໜັບສະໜູນ​ຄວາມ​ເປັນ​ທຳ ​ແລະ ຖືກຕ້ອງ, ຄັດຄ້ານ ​ແລະ ສະກັດ​ກັ້ນ​ບັນດາ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ຢູ່​​ໃນ​ໂລກ.

ຂ່າວ/ບົດ​ອື່ນ