ສະເຫຼີມສະຫຼອງ 20 ປີ ໜັງສືພິມ ຕ໊ຽງໜອຍ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 1 ພະຈິກ, ທີ່ຮ່າໂນ້ຍ, ໜັງສືພິມ ຕ໊ຽງໜອຍ ຫວຽດນາມ ໜັງສືພິມຂອງວິທະຍຸກະຈາຍວຽງ ຫວຽດນາມ ໄດ້ຈັດພິທີ ສະເຫຼີມສະຫຼອງ 20 ປີ ແຫ່ງວັນອອກໜັງສືພິມສະບັບທຳອິດ (ວັນທີ 2 ພະຈິກ 1998 – 2 ພະຈິກ 2018).
ສະເຫຼີມສະຫຼອງ 20 ປີ ໜັງສືພິມ ຕ໊ຽງໜອຍ ຫວຽດນາມ  - ảnh 1ທ່ານ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເຖກີ໋  ກ່າວຄໍາເຫັນ ທີ່ພິທີ

ທີ່ພິທີ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເຖກີ໋ ຖືວ່າ ເຖິງວ່າ 20 ປີເປັນໄລຍະເວລາທີ່ບໍ່ດົນປານໃດ, ແຕ່ກໍ່ພຽງພໍເພື່ອເຫັນວ່າ ວິທະຍຸກະຈາຍສຽງ ຫວຽດນາມ, ໃນນັ້ນ ມີໜັງສືພິມ ຕ໊ຽງໜອຍ ຫວຽດນາມ ມີການພັດທະນາຢ່າງໃຫຍ່ຫຼວງ. ຕາມທ່ານ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫງວຽນເຖກີ໋ ແລ້ວ, ໃນໄລຍະທີ່ມີຄວາມຫຼາກຫຼາຍທາງດ້ານຂໍ້ມູນຂ່າວສານ ຄືໃນປັດຈຸບັນ, ບັນດາຮູບແບບການສື່ສານແບບດັ້ງເດີມຕ່າງໆ ກຳລັງປະເຊີນໜ້າກັບສິ່ງທ້າຍທາຍຂອງສື່ສັງຄົມອອນລາຍ, ກໍ່ຄືບັນດາຮູບການສື່ສານໃນອິນເຕີເນັດ ໄດ້ ແລະ ກຳລັງແຂ່ງຂັນກັບ ໜັງສືພິມ ທາງດ້ານຂໍ້ມູນຂ່າວສານ, ມວນຊົນ, ການຕະຫຼາດ, ການໂຄສະນາ… ການນຳວິທະຍຸໄດ້ຕົກລົງເຫັນດີໃຫ້ສ້າງໜ້າໜັງສືພິມເອເລັກໂຕຣນິກ. ທ່ານກ່າວວ່າ:

“ທັງມີເອກອ້າງທະນົງໃຈ, ທັງເປັນຫ່ວງຕໍ່ເສັ້ນທາງເດີນໃໝ່, ສິ່ງທ້າທາຍໃໝ່, ພວກເຮົາປາຖະໜາວ່າ ບັນດາຫົວໜ່ວຍໃນສະຖານີ ບໍ່ວ່າຈະເປັນໜັງສືພິມ, ການກະຈາຍສຽງ, ໂທລະພາບ, ໜັງສືພິມເອເລັກໂຕຣນິກ ຈະມີຄວາມສະໜິດຕິດພັນນຳກັນ ເພື່ອໂຄສະນາໃຫ້ກັນ, ຮ່ວມມືກັນ ເພື່ອໃຫ້ມີຂໍ້ມູນຂ່າວສານທີ່ດີທີ່ສຸດ. ຢູ່ໃນອາຍຸ 20 ປີນີ້, ໜັງສືພິມ ຕ໊ຽງໜອຍ ຫວຽດນາມ ຄວນຊອກຫາທິດທາງເດີນໃໝ່ ໃຫ້ສອດຄ່ອງກັບສະພາບການສື່ມວນຊົນລວມ. ພ້ອມນັ້ນ, ກໍ່ສອດຄ່ອງກັບຍຸດທະສາດການພັດທະນາ ຂອງວິທະຍຸກະຈາຍສຽງ ຫວຽດນາມ”.

 

ຕອບກັບ

ຂ່າວ/ບົດ​ອື່ນ