ສະເຫຼີມສະຫຼອງ 40 ປີແຫ່ງການຕໍ່ສູ້ປ້ອງກັນຊາຍແດນພາກເໜືອ

(VOVWORLD) - ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພືຶ່ອຊາດ ເພື່ອປ້ອງກັນຊາຍແດນຂອງປະເທດຊາດ
ສະເຫຼີມສະຫຼອງ 40 ປີແຫ່ງການຕໍ່ສູ້ປ້ອງກັນຊາຍແດນພາກເໜືອ - ảnh 1 ພິທີສະເຫຼີມສະຫຼອງ 40 ປີແຫ່ງການຕໍ່ສູ້ປ້ອງກັນຊາຍແດນພາກເໜືອຂອງປະເທດຊາດ (ພາບ: TTXVN)

ຕອນບ່າຍວັນທີ 23 ມັງກອນ, ທີ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເປັນເຈົ້າພາບສົມທົບກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ກະຊວງປ້ອງກັນປະເທດ, ກະຊວງຕຳຫລວດ, ໜັງສືພິມປະຊາຊົນ, ສູນກາງສະຫະພັນນັກຮົບເກົ່າ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງການພົບປະສັງສັນກັບຜູ້ແທນເຊິ່ງແມ່ນທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດດີເດັ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງການຕໍ່ສູ້ປ້ອງກັນຊາຍແດນພາກເໜືອຂອງປະເທດຊາດ.

        ກ່າວຄຳເຫັນທີ່ການພົບປະສັງສັນ, ຕາງໜ້າການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພືຶ່ອຊາດ ເພື່ອປ້ອງກັນຊາຍແດນຂອງປະເທດຊາດ ແລະ ທ່ານຢັ້ງຢືນວ່າ: ພັກ, ລັດ, ປະຊາຊົນບໍ່ອາດຫຼົງລືມໄດ້ຄຸນງາມຄວາມດີຂອງພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດເພື່ອຍາດເອົາໄຊຊະນະໃນການຕໍ່ສູ້ປ້ອງກັນຊາຍແດນພາກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ