ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ລະຫວ່າງຫວຽດນາມ ແລະມາເລເຊຍ.

(VOVWORLD) -ຕອນຄ່ຳວັນທີ 8 ກັນຍານີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ - ມາເລເຊຍ ສົມທົບກັບສະຖານທູດມາເລເຊຍ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ມາເລເຊຍ (1973 - 2023. ).
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ລະຫວ່າງຫວຽດນາມ ແລະມາເລເຊຍ. - ảnh 1ລາຍການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ

     ກ່າວຄຳເຫັນນະທີ່ນີ້, ທ່ານປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວູຫາຍຮ່າ ເນັ້ນໜັກວ່າ: 50 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ໄດ້ພັດທະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງ, ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າໃນຫຼາຍຂົງເຂດ; ການພົບປະແລກປ່ຽນ ລະດັບສູງ, ກົນໄກຮ່ວມມືໄດ້ຮັບການຮັກສາໄວ້ຢ່າງຄ່ອງຕົວ ແລະ ມີປະສິດທິຜົນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເພີ່ມຂຶ້ນ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທັງແມ່ນເສົາຄ້ຳ ແລະ ທັງແມ່ນກຳລັງໜູນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ທ່ານ ຫວູຫາຍຮ່າ ເນັ້ນໜັກວ່າ:

          “ອາດຢືນຢັນໄດ້ວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ມາເລເຊຍ ແມ່ນຮູບແບບສຳເລັດຜົນໂດຍອີງບົນພື້ນຖານຄວາມຈິງໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ລັກສະນະຂະຫຍັນຂັນເຄື່ອນ ແລະ ໝັ້ນຄົງໃນການຮ່ວມມືດ້ານເສດຖະກິດພ້ອມກັບຄວາມຈິງໃຈແລະຄວາມສະໜິດຕິດພັນລະຫວ່າງສອງຊາດ. ສ່ວນໜຶ່ງທີ່ສຳຄັນຂອງຜົນສຳເລັດດັ່ງກ່າວແມ່ນໄດ້ມາຈາກການປະກອບສ່ວນອັນສຳຄັນຂອງປະຊາຄົມວິສາຫະກິດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມ, ແລະ ປະຊາຊົນສອງປະເທດ.

       ສ່ວນທ່ານ Dato’ Tan Yang, ເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ ເນັ້ນໜັກວ່າ: 50 ປີຜ່ານມາ, ການພົວພັນມາເລເຊຍ - ຫວຽດນາມ ນັບມື້ນັບພັດທະນາຢ່າງແຮງໃນທຸກຂົງເຂດ, ເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ກໍຄືການຮ່ວມມື ແລະ ການແລກປ່ຽນປະຊາຊົນ. ທ່ານເອກອັກຄະລັດຖະທູດ Dato'Tan Yang ຫວັງວ່າ ການພົວພັນລະຫວ່າງສອງປະເທດຈະນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ