ສະເຫຼີມສະຫຼອງ 60 ປີ ແຫ່ງວັນກະຈາຍສຽງກອງທັບປະຊາຊົນຫວຽດນາມ

(VOVWORLD) -ສູນກະຈາຍສຽງ - ໂທລະພາບກອງທັບ ເວົ້າລວມ ແລະ ຂະແໜງກະຈາຍສຽງກອງທັບປະຊາຊົນເວົ້າສະເພາະ ຄວນເສີມຂະຫຍາຍມູນເຊື້ອອັນປະເສີດເລີດລໍ້າຢ່າງແຮງ, ຮັກສາກໍານົດທິດດ້ານການເມືອງ, ທິດນໍາ, ຈຸດປະສົງ; ປ່ຽນແປງໃໝ່ເນື້ອໃນ, ຮູບແບບໂຄສະນາ, ອັບເດດຂໍ້ມູນຂ່າວສານ, ໃກ້ຊິດຕິດແທດບັນດາບັນຫາສະຖານະການການເມືອງຢູ່ພາຍໃນປະເທດ ແລະ ສາກົນ...
ສະເຫຼີມສະຫຼອງ 60 ປີ ແຫ່ງວັນກະຈາຍສຽງກອງທັບປະຊາຊົນຫວຽດນາມ - ảnh 1 ພິທີມອບໃບຍ້ອງຍໍ (ພາບ: qdnd.vn)

ຕອນເຊົ້າວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ສູນກະຈາຍສຽງ - ໂທລະພາບກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນກະຈາຍສຽງກອງທັບປະຊາຊົນຫວຽດນາມ (16/3/1959 – 16/3/2019). ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານພົນໂທ ຫງວຽນຈ້ອງເຫງ໋ຍ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ຜູ້ແທນບັນດາກະຊວງ, ຂະແໜງການ, ອົງການຂັ້ນສູນກາງ.

        ໂດຍຮັບຮູ້, ຕີລາຄາສູງບັນດາໝາກຜົນທີ່ຂະແໜງກະຈາຍສຽງກອງທັບບັນລຸໄດ້ໃນໄລຍະ 60 ປີຜ່ານມາ, ທ່ານພົນໂທ ຫງວຽນຈ້ອງເຫງ໋ຍ ເນັ້ນໜັກວ່າ ເພື່ອປະຕິບັດພັນທະ, ໜ້າທີ່ຂອງອົງການສື່ມວນຊົນກອງທັບໃນໄລຍະຈະມາເຖິງ, ສູນກະຈາຍສຽງ - ໂທລະພາບກອງທັບ ເວົ້າລວມ ແລະ ຂະແໜງກະຈາຍສຽງກອງທັບປະຊາຊົນເວົ້າສະເພາະ ຄວນເສີມຂະຫຍາຍມູນເຊື້ອອັນປະເສີດເລີດລໍ້າຢ່າງແຮງ, ຮັກສາກໍານົດທິດດ້ານການເມືອງ, ທິດນໍາ, ຈຸດປະສົງ; ປ່ຽນແປງໃໝ່ເນື້ອໃນ, ຮູບແບບໂຄສະນາ, ອັບເດດຂໍ້ມູນຂ່າວສານ, ໃກ້ຊິດຕິດແທດບັນດາບັນຫາສະຖານະການການເມືອງຢູ່ພາຍໃນປະເທດ ແລະ ສາກົນ; ເອົາໃຈໃສ່ເປັນພິເສດເຖິງການຍົກສູງ ລັກສະນະ “ປະຕິວັດ, ເປັນມືອາຊີບ, ທັນສະໄໝ” ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນສະພາບການໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ