ສະເຫຼີມສະຫຼອງ43ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ແດນມາດ

ສະເຫຼີມສະຫຼອງ43ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ແດນມາດ - ảnh 1
ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແດນ​ມາດ ປະ​ຈຳ ຫວຽດ​ນາມ
John Nielsen ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ
(ພາບ: Thống Nhất - TTXVN)

(​vovworld) – ​​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 43 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ - ແດນ​ມາດ (25/11/1971 – 25/11/2014) ໃນ​ຕອນ​ເຊົ້າ​ວັນ​ທີ 25/11, ຢູ່​ຮ່າ​ໂນ້ຍ, ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແດນ​ມາດ ປະ​ຈຳ ຫວຽດ​ນາມ John Nielsen ເນັ້ນ​ໜັກ​ວ່າ: ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ຫວຽດ​ນາມ ແລະ ແດນ​ມາດ ພວມ​ສ້າງ​ສາ​ສາຍ​ພົວ​ພັນ​ໃໝ່​ຢ່າງແໜ້ນ​ແຟ້ນ​ກ່​ວາ ໂດຍ​ອີງ​ໃສ່​ການ​ເຈລະຈາດ້ານ​ການ​ເມືອງ, ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ການ​ເຕີບ​ໂຕ​ຂຽວ, ເຕັກ​ໂນ​ໂລ​ຢີ​ສະ​ອາດ ກໍ່​ຄື​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ… ໄລ​ຍະ​ຈະ​ມາ​ເຖິງ, ແດນ​ມາດ ປາດ​ຖະ​ໜາ​ຢາກ​ໜູນ​ຊ່ວຍ ຫວຽດ​ນາມ ຕາມ​ທິດ​ສະ​ໜອງ​ບັນ​ດາ​ຜະ​ລິດ​ຕະ​ພັນ ແລະ ຄວາມ​ຮູ້​ທີ່ຈຳ​ເປັນ​ເພື່​ອ​ໜູນ​ຊ່ວຍ ຫວຽດ​ນາມ ຫັນ​ປ່ຽນ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຕົນ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ຂຽວ​ກ່​ວາ​ອີກ.

    ທ່ານgເອກ​ອັກ​ຄະ​ລັ​ດ​ຖະ​ທູດ John Nielsen ກໍ່​ສະແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ການ​ເສັງບົດນິພົນ​ຂຽນ​ດ້ວຍ​ຫົວ​ຂໍ້ “ຈິນ​ຕະ​ນາ​ການ​ຂຽວ - ຈິນ​ຕະ​ນາ​ການ ແດນ​ມາດ” ເຊິ່ງໄດ້​ດຶງ​ດູດ​ຄວາມ​ເອົ​າ​ໃຈ​ໃສ່​ຂອງ​ບັນ​ດາ​ນັກ​ຮຽນ​ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ປາຍ ຫງວຽນ​ຊຽວ ເປັນຈຳນວນຫຼວງຫຼາຍ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແດນ​ມາດ ໄດ້​ມອບ​ລາງວັນ​ໃຫ້​ບັນ​ດາ​ນັກ​ຮຽນ​ເຂົ້າ​ຮ່ວມ​ການ​ເສັງ. ໃນ​ນັ້ນ, ລາງວັນ​ພິ​ເສດ​ແມ່ນ​ທຶນ​ສຶກ​ສາ​ຢູ່ ແດນ​ມາດ​ໃນ​ເວ​ລາ 2 ອາ​ທິດ​ຕາມ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ປາຍ ຫງວຽນ​ຊຽວ ແລະ ຄູ່​ຮ່ວມ​ມື​ຢູ່​ແດນ​ມາດ.


ຂ່າວ/ບົດ​ອື່ນ