ສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງແນວໂຮມປົດປ່ອຍຊາດ ພາກໃຕ້ຫວຽດນາມ

(VOVWORLD) -ການສ້າງຕັ້ງແນວໂຮມປົດປ່ອຍພາກໃຕ້ໄດ້ເຮັດໃຫ້ຂະບວນການຕໍ່ສູ້ນັບມື້ນັບດຳເນີນໄປຢ່າງແຮງ, ກວ້າງຂວາງ ປະກອບສ່ວນເຂົ້າໃນພາລະກິດປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບໃນປີ 1975
ສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງແນວໂຮມປົດປ່ອຍຊາດ ພາກໃຕ້ຫວຽດນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ 

ຕອນເຊົ້າວັນທີ 20 ທັນວາ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບ ຄະນະພັກນະຄອນ ໂຮ່ຈີມີນ ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງແນວໂຮມປົດປ່ອຍຊາດ ພາກໃຕ້ຫວຽດນາມ (20/12/1960 - 20/12/2020). ເຂົ້າຮ່ວມການພົບປະສັງສັນ ມີບັນດາການນຳ, ອະດີດການນຳພັກ, ລັດ, ນັກປະຕິວັດອາວຸໂສ, ປັນຍາຊົນ, ຜູ້ມີຍົດສັກຕຳແຫນ່ງ…

ແນວໂຮມປະເທດຊາດປົດປ່ອຍພາກໃຕ້ ຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ ແມ່ນບາດລ້ຽວຂອງການປະຕິວັດພາກໃຕ້. ການສ້າງຕັ້ງແນວໂຮມປົດປ່ອຍພາກໃຕ້ໄດ້ເຮັດໃຫ້ຂະບວນການຕໍ່ສູ້ນັບມື້ນັບດຳເນີນໄປຢ່າງແຮງ, ກວ້າງຂວາງ ປະກອບສ່ວນເຂົ້າໃນພາລະກິດປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບໃນປີ 1975.

ຕອບກັບ

ຂ່າວ/ບົດ​ອື່ນ