ສາກົນສະແດງຄວາມໂສກເສົ້າເສຍດາຍຕໍ່ອະດີດເລຂາທິການໃຫຍ່ ສປຊ Kofi Annan ເຖິງແກ່ມໍລະນະກຳ

(VOVWORLD) - ຕໍ່ການເຖິງແກ່ມໍລະນະກຳຂອງອະດີດເລຂາທິການໃຫຍ່ ສະຫະປະຊາຊາດ Kofi Annan, ບັນດາການນຳ, ເຈົ້າໜ້າທີ່ໂລກໄດ້ສະແດງຄວາມໂສກເສົ້າເສຍດາຍ.
ສາກົນສະແດງຄວາມໂສກເສົ້າເສຍດາຍຕໍ່ອະດີດເລຂາທິການໃຫຍ່ ສປຊ Kofi Annan ເຖິງແກ່ມໍລະນະກຳ - ảnh 1ອະດີດເລຂາທິການໃຫຍ່ ສປຊ Kofi Annan (ພາບ: Getty)

ບັນດາການນຳໃນໂລກໄດ້ຍ້ອງຍໍທ່ານ Kofi Annan ເປັນນັກການທູດດີເດັ່ນ, ໄດ້ມີການປະກອບສ່ວນຫລາຍຢ່າງເຂົ້າໃນພື້ນຖານສັນຕິພາບໂລກ.

        ທ່ານປະທານາທິບໍດີ ການາ Akufo-Addo ຖະແຫຼງວ່າ ປະເທດນີ້ຈະໄວ້ທຸກລະດັບຊາດເປັນເວລາ 1 ອາທິດ ເພື່ອອາໄລຫາອະດີດເລຂາທິການໃຫຍ່ ສະຫະປະຊາຊາດ Kofi Annan.

        ທ່ານປະທານາທິບໍດີ ອາຟຣິກາໃຕ້ Cyril Ramaphosa ໃຫ້ຮູ້ວ່າ: ທ່ານ Kofi Annan ເປັນນັກການທູດດີເລີດ, ເປັນການນຳດີເດັ່ນ ແລະ ເປັນແບບຢ່າງໃຫ້ຫລາຍຄົນຢູ່ ອາຟຣິກາ.

        ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຖືວ່າ: ທ່ານ Kofi Annan ແມ່ນການນຳຍິ່ງໃຫຍ່ ແລະ ປະຕິຮູບຂອງ ສະຫະປະຊາຊາດ. ທ່ານ Kofi Annan ໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ເພື່ອໃຫ້ໂລກມີຄວາມດີງາມກ່ວາ.

        ຕາມແຈ້ງການຂອງ ສະຫະປະຊາຊາດໃຫ້ຮູ້ວ່າ, ອະດີດເລຂາທິການໃຫຍ່ສະຫະປະຊາຊາດ Kofi Annan ໄດ້ເຖິງແກ່ມໍລະນະກຳຢູ່ ສະວິດ ໃນຕອນເຊົ້າວັນທີ 18 ສິງຫາ, ລວມອາຍຸ 80 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ