ສ້າງ​ຂະ​ແໜງ​ການ​ທູດ​ໃຫ້​ເຕີບ​ໂຕ​ເພື່ອຮັບ​ໃຊ້​ການ​ພັດທະນາ​ປະ​ເທດ​ຊາດ

ສ້າງ​ຂະ​ແໜງ​ການ​ທູດ​ໃຫ້​ເຕີບ​ໂຕ​ເພື່ອຮັບ​ໃຊ້​ການ​ພັດທະນາ​ປະ​ເທດ​ຊາດ - ảnh 1
​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 29 (ພາບ: ງອກທັ໋ງ)

(vovworld) - ​ ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 29, ຕອນ​ເຊົ້າ​ວັນ​ທີ 23/08, ທ່ານ​ນາຍົກລັດຖະມົນ​ຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ທີ່ວາລະ​ປະຊຸ​ມຫົວ​ເລື່ອງ​ສະ​ເພາະ: ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ທູດ ຮັບ​ໃຊ້​ການ​ພັດທະນາ​ປະ​ເທດ​ຊາດ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ພາຍຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງາ​ນອັນ​ໃຫຍ່​ຫລວງ, ​ເຊື່ອ​ມ​ໂຍງ​ເຂົ້າ​ພື້ນຖານ​ເສດຖະກິດ​ທົ່ວ​​ໂລກ​ຢ່າງ​​ເລິກ​ເຊິ່ງກ້ວາງ​ຂວາງ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ ກໍ່​ຮັກສາ​ໄດ້​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ຍາດ​ແຍ່ງ​ໄດ້​ແຫຼ່ງກຳລັງ​ຈາກ​ພາຍ​ນອກ​ໃຫ້​ແກ່​ການ​ພັດທະນາ, ປັບປຸງ​ໄດ້​ພື້ນຖານ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ອັນ​ຍາວ​ນານ, ສ້າງ​ທີ່​ຕັ້ງ ທ່ວງທ່າຫວຽດນາມ ບົນ​ເວທີ​ສາກົນ. ບັນດາ​ຜົນງານ​ນັ້ນ ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ຂະ​ແໜງ​ການ​ທູດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາຍົກ​ລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ຍົກ​ໃຫ້​ເຫັນ​ບັນດາ​ສິ່ງ​ທ້າ​ທາຍ ລະດັບ​ແຫ່ງ​ຊາດ ​ແລ​ະ ສາກົນ​ໃນ​ໄລຍະ​ປະຈຸ​ບັນ. ສິ່ງ​ ເປັນ​ໜ້າ​ສົນ​ໃຈ​ແມ່ນ ຫວຽດນາມ ນອນ​ໃນ​ພາກ​ພື້ນ​ແກ່ງ​ແຍ້​ງພູມ​ສາດ​ຍຸດ​ທະ​ສາດຢ່າງ​ຂ້ຽວຂາດ​ຂອງ​ບັນດາ​ປະ​ເທດ​ທະຫາ​ອຳນາດ. ​ໄພ​ຂາດ​ສະຖຽນ​ລະ​ພາບ​ກ່ຽວ​ກັບ​ບັນ​ດາ​ການ​ຂັດ​ແຍ້​ງກັນ​ອະທິປະ​ໄຕ​ຢູ່ທະ​ເລ​ຕາ​ເວັນ​ອອກ ​ແລະ ບາງ​ເຂດ​ທະ​ເລ​ອື່ນໆ, ຄວາມຂາດ​ສະຖຽນ​ລະ​ພາບ​ກ່ຽວ​ກັບ​ເສດຖະກິດ, ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ​ໂລກ, ພວມ​​ກະທົບ​ໂດຍ​ກົງ​ເຖິງ ຫວຽດນາມ . ​ໃນ​ສະພາບ​ການ​ນັ້ນ, ຂະ​ແໜງ​ການ​ທູດ​ຄວນ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ​ກ່ວາ​ອີກ, ປະຕິບັດ​ໜ້າ​ທີ່​ເປັນ​ຂົວ​ຕໍ່, ນຳ​ໜ້າ​ເປັນ​ຊ່ອງ​ທາງ, ຮັບ​​ໃຊ້​ໃຫ້​ແກ​່ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

        “ທີ 1 ຄວນ​ກຳນົດ​ໄດ້​ບັນດາ​ບຸລິມະສິດ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ ​ແລະ ກຳ​ນົດຈິນຕະນາການ​ຍຸດ​ທະ​ສາດໃຫ້​ຂະ​ແໜງ​ການ​ທູດ​ໃນ​ສະ​ໄໝ​ໃໝ່. ບໍ່​ແມ່ນ​ວ່າ​ອັນ​ໃດ ພວກ​ເຮົາ ກໍ່​ປະຕິບັດ ​ເພາະວ່າ ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເວລາ, ​ແລະ ພິ​ເສດ​ແມ່ນ​ໂອກາດ​ລ້ວນ​ແຕ່​ຖືກຈຳກັດ. ອັນ​ໃດ​ແມ່ນ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດຕົ້ນຕໍ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ເສີມ​ຂະຫຍາຍອິດ​ທິພົນ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ. ອັນໃດ ຮ່ວມ​ມື​ໄດ້ ​ແມ່ນຕ້ອງ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ,, ສິ່ງ​ໃດ​ຍັງຕິດ​ຂັດ​ຕ້ອງ​ແກ້​ໄຂ​ຢ່າງ​ຄ່ອງ​ແຄ້ວ ​ແລະ ສົມ​ເຫດ​ສົມ​ຜົນ.

       

 

       

 

 

 

ຂ່າວ/ບົດ​ອື່ນ