ສ້າງວັດທະນະທຳວິສາຫະກິດ,ວັດທະນະທຳນັກທຸລະກິດຫວຽດນາມເພື່ອການພັດທະນາແບບຍືນຍົງ

ສ້າງວັດທະນະທຳວິສາຫະກິດ,ວັດທະນະທຳນັກທຸລະກິດຫວຽດນາມເພື່ອການພັດທະນາແບບຍືນຍົງ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ “​ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ,
ວັດ​ທະ​ນະ​ທຳ​ນັກ​ທຸ​ລະ​ກິດ ຫວຽດ​ນາມ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”
(ພາບ: qdnd.vn)

(vovworld)- ໃນ​ວັນ​ທີ 18/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ​ໄດ້ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “​ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ, ວັດ​ທະ​ນະ​ທຳ​ນັກ​ທຸ​ລະ​ກິດ ຫວຽດ​ນາມ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”. ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ຮັບ​ບົດ​ປະ​ກອບ​ຄຳ​ເຫັນ​ ເກືອບ 50 ບົດ​​ ຂອງ​ຜູ້​ຂຽນ ທີ່ມາ​ຈາກ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ, ມະ​ຫາ​ວິ​ທະ​ຍາ​ໄລ, ບັນ​ດາ​ອົງ​ການ​ຄຸ້ມ​ຄອ​ງ​ລັດ, ບັນ​ດາ​ວິ​ສາ​ຫະ​ກິດ ​ໂດຍສຸມ​ໃສ່ 3 ຫົວ​ຂໍ້ຫຼັກ​ຄື: ​ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ, ວັດ​ທະ​ນະ​ທຳ​ນັກ​ທຸ​ລະ​ກິດ - ບັນ​ດາ​ບັນ​ຫາ​ທິດ​ສະ​ດີ ແລະ ​ພຶດ​ຕິ​ກຳ​ຕົວ​ຈິງ; ບັນ​ດາ​ວິ​ສາ​ຫະ​ກິດ ກັບ​ການ​ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ, ວັດ​ທະ​ນະ​ທຳ​ນັກ​ທຸ​ລະ​ກິດ; ບັນ​ດາ​ບັນ​ຫາ​ລວ​ມ. ບັນ​ດາ​ບົດ​ປະ​ກອບ​​ຄຳເຫັນ​ດັ່ງ​ກ່າວ, ບັນ​ດາ​ຜູ້ແທນຍັງ​​ປະ​ກອບຫຼາຍ​ຄວາມ​ເຫັນ​ກ່ຽວ​ກັບບັນ​ດາ​ບັນ​ຫາທິດ​ສະ​ດີ, ບັນ​ດາ​ຮູບ​ແບບ​ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ, ວັດ​ທະ​ນະ​ທຳ​ນັກ​ທຸ​ລະ​ກິດ ຢູ່​ຫວຽດ​ນ​າມ ແລະ ໃນ​ໂລກ; ​ການສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ, ວັດ​ທະ​ນະ​ທຳ​ນັກ​ທຸ​ລະ​ກິດ ຕໍ່​​ໜ້າ​ສິ່ງ​​ທ້າຍ​ ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ… ກອງ​ປະ​ຊຸມ​ສຳ​ມະ​ນາ​ ບໍ່ພຽງ​ແຕ່​ຊ່ວຍ​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ ຍົກ​ສູງ​ຄວາມ​ຮັບ​ຮູ້ ກ່ຽວ​ກັບ​​ຄວາມ​ສຳ​ຄັນ​ ຂອງ​ການ​ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ບັນ​ດາແນວ​ຄວາມ​ຄິດ, ມາດ​ຕະ​ການ ເພື່ອ​​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ ​ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ ໃຫ້ຖືກ​ຕາມ​ຄວາມ​ໝາຍ, ປະ​ກອບ​ສ່ວນ ເພື່ອ​​ໃຫ້ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ