ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດອີຕາລີ ລົງທຶນຢູ່ຫວຽດນາມ

ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດອີຕາລີ ລົງທຶນຢູ່ຫວຽດນາມ - ảnh 1
ທ່ານ Bendetto Della Vedova, ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ການຕ່າງປະເທດ ​ແລະ ຮ່ວມ​ມື​ສາກົນ ອີ​ຕາ​ລີ
(ພາບ: ilgiornale.it)


(vovworld) - ຕອນ​ຄຳ່​ວັນ​ທີ 25/11, ທ່ານ ​ເລ​ແທງ​ລຽມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ທູຕານຸທູດ ​ແລະ ວິ​ສາ​ຫະກິດ ອີ​ຕາ​ລີ, ​ໂດຍ​ທ່ານ Bendetto Della Vedova, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະເທດ ​ແລະ ຮ່ວມ​ມື​ສາກົນ ອີ​ຕາ​ລີ, ນຳ​ໜ້າ​ພວມ​ຢ້ຽມຢາມ ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ-​ອີ​ຕາ​ລີ, ເຊິ່ງ​ດຳ​ເນີນ​ຢູ່​ນະຄອນ​ໂຮ່ຈິ​ມິນ​ວັນ​ທີ ໃນ26/11. ທ່ານ ​ເລ​ແທງ​ລຽມ ຖື​ວ່າ: ການ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຢູ່​ນະຄອນ​ໂຮ່ຈິ​ມິນ ຈະ​ຊ່ວຍ​ຄະນະກຳ​ໄດ້ຂໍ້​ມູນ​ຂ່າວ​ກໍ່​ຄື​ເຫັນ​ໄດ້​ສະພາບ​ເສດຖະກິດ-​ສັງຄົມ​ຂອງ​ນະຄອນ​ໂຮ່ຈິ​ມິນ, ຈາກ​ນັ້ນ​ເປີດ​​ກາລະ​ໂອກາດ​ຮ່ວມ​ມື ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ອີ​ຕາ​ລີ ​ໃນ​ອະນາຄົດ. ທ່ານ ​ເລ​ແທງ​ລຽມ ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ: ນະຄອນ​ໂຮ່ຈິ​ມິນ ​ເພີ່ມ​ທະວີ​ການ​ຮ່ວມ​ມື ກັບອີ​ຕາ​ລີ ​ໃນ​ບັນດາ​ຂົງ​ເຂດ​ທີ່​ຂອງ​ອີ​ຕາ​ລີມີທ່າ​ແຮງຄື: ອຸດສາຫະກຳ, ປະດິດສ້າງ, ການຜະລິດ​ສິນຄ້າ, ສາທາລະນະ​ສຸກ, ວັດທະນະທຳ ​ແລະ ການ​ສຶກສາ.

ຂ່າວ/ບົດ​ອື່ນ