ສ້າງແຜນການເຂົ້າຮ່ວມຂອງ ຫວຽດນາມ ໃນການຮ່ວມມື ອາຊຽນ

(VOVWORLD) - ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນຂອງບັນດາກະຊວງ, ຂະແໜງການໃນການຮ່ວມມື ອາຊຽນ ປີ 2022

ຕອນເຊົ້າວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ, ດ້ວຍບົດບາດເປັນອົງການປະສານງານລະດັບຊາດ ກ່ຽວກັບສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເປັນປະທານກອງປະຊຸມລະຫວ່າງກະຊວງ, ຂະແໜງການສະຫລຸບ, ຕີລາຄາການຮ່ວມມື ອາຊຽນ, ການເຂົ້າຮ່ວມຂອງ ຫວຽດນາມ ໃນອາຊຽນ ໃນປີ 2022 ແລະ ການກຳນົດທິດປີ 2023, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການເປັນຈຳນວນຫຼວງຫຼາຍ.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນຂອງບັນດາກະຊວງ, ຂະແໜງການໃນການຮ່ວມມື ອາຊຽນ ປີ 2022. ທ່ານລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການກວດກາສັງລວມວິວັດການເຂົ້າຮ່ວມການຮ່ວມມື ອາຊຽນ, ຮັບຮູ້ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຖອດຖອນບົດຮຽນ, ເປັນພື້ນຖານສ້າງແຜນການເຂົ້າຮ່ວມຂອງ ຫວຽດນາມ ໃນປີ 2023 ແລະ ຊຸມປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ