ສານພິ​ພາກ​ສາ​ຂັ້ນຕົ້ນພະນົມເປັນຕັດສິນລົງໂທດອະດີດປະທານພັກຝ່າຍຄ້ານSamRainsy

ສານພິ​ພາກ​ສາ​ຂັ້ນຕົ້ນພະນົມເປັນຕັດສິນລົງໂທດອະດີດປະທານພັກຝ່າຍຄ້ານSamRainsy - ảnh 1
ອະດີດປະທານພັກຝ່າຍຄ້ານ SamRainsy
ພາບ:baomoi.com

(vovworld)-ວັນທີ 30/3, ສານພິພາກສາຂັ້ນຕົ້ນພະນົມເປັນ ໄດ້ອອກຄຳຕັດສິນລົງໂທດ ອະດີດປະທານພັກຝ່າຍຄ້ານກູ້ຊາດ (CNRP) ຖືກຈຳຄຸກ 1 ປີ 8 ເດືອນ, ປັບໄຫມຈຳນວນເງິນປະມານ 10 ລ້ານ ຣຽວ (ເທົ່າກັບປະມານ 2.500 USD) ແລະ ທົດແທນຄວາມເສຍຫາຍດ້ານຈິດໃຈ 100 ຣຽວ (0,025 USD) ໃຫ້ແກ່ທ່ານນາຍົກລັດຖະມົນຕີ ກຳປູເຈຍ  Samdech HunSen  ຍ້ອນກ່ຽວຂ້ອງເຖິງຄຳກ່າວຫາທ່ານນາຍົກລັດຖະມົນຕີ HunSen   ແລະ ລັດຖະບານ ກຳປູເຈຍ ໄດ້ຢືນຢູ່ເບື້ອງຫລັງເຫດເຂັ່ນຂ້ານັກວິເຄາະການເມືອງທີ່ມີຊື່ສຽງຢູ່ ກຳປູເຈຍ Kem Ley. ອະດີດປະທານພັກຝ່າຍຄ້ານກູ້ຊາດ SamRainsy ກໍ່ຖືກລົງໂທດຍ້ອນມີການກະທຳເຢາະເຢີ້ຍສາທາລະນະ ແລະ ປຸກປັ່ນກໍ່ຜົນສະທ້ອນຢ່າງຮ້າຍແຮງເຖິງຄວາມສະຫງົບປອດໄພໃນສັງຄົມຕາມປະມວນກົດໝາຍອາຍາ. 

ຕອບກັບ

ຂ່າວ/ບົດ​ອື່ນ