ສານອວຍພອນ ວັນບຸນວິສາຂະບູຊາ ສະຫະປະຊາຊາດ ຄັ້ງທີ 16 ຢູ່ຫວຽດນາມ

(VOVWORLD) -ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ ສປຊ (Vesak) ຄັ້ງທີ 16 ປີ 2019 ຖືກຈັດຂຶ້ນຢູ່ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງສານອວຍພອນ.

ໃນສານສະບັບດັ່ງກ່າວ, ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ Vesak ແມ່ນ ໂອກາດ, ແມ່ນຂົວເຊື່ອມຕໍ່ມິດຕະພາບ ຊ່ວຍໃຫ້ທຸກຄົນເຂົ້າໃຈກ່ຽວກັບບັນດາຄຸນຄ່າອັນດີງາມຂອງ ພຸດທະສາສະໜາ. ໃນສະພາບການປັດຈຸບັນ, ເລື່ອງປະຕິບັດຄໍາສັ່ງສອນຂອງພະພຸດທະເຈົ້າ ແມ່ນໜຶ່ງໃນບັນດາເສັ້ນທາງ ຊ່ວຍສັງຄົມແກ້ໄຂບັນດາບັນຫາທີ່ກ່າວມາຂ້າງເທິງ ແລະ ປະກອບສ່ວນທະວີຄູນຄຸນຄ່າອັນດີງາມຂອງມວນມະນຸດ ເພື່ອໂລກແຫ່ງສັນຕິພາບ ແລະ ກ້າວໜ້າ.

        ທ່ານ ເຈິ່ນແທັງເໝິນ ອວຍພອນ ໃຫ້ ວັນບຸນວິສາຂະບູຊາ Vesak ຄັ້ງທີ 16 ປະສົບຜົນສໍາເລັດຢ່າງຈົບງາມ; ພ້ອມທັງຫວັງວ່າ ບັນດາຄຸນຄ່າອັນດີງາມໃນຄໍາສັ່ງສອນຂອງພະພຸດທະເຈ້ົ້າ ນັ້ນ ຈະໄດ້ຮັບການອະນຸລັກຮັກສາ, ສືບທອດ ແລະ ແຜ່ຂະຫຍາຍໃນຊີວິດປະຈໍາວັນ ຜ່ານຫຼາຍຮູບການ, ປະກົດການທີ່ມີຊີວິດຊີວາ, ສະແດງໃຫ້ເຫັນເນື້ອໃນຈິດໃຈຂອງວັນບຸນວິສາຂະບູຊາ ສປຊ ປີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ