ສາສະຫນາ ຫວຽດນາມ ໃນການເຊື່ອມໂຍງ

ສາສະຫນາ ຫວຽດນາມ ໃນການເຊື່ອມໂຍງ - ảnh 1
ພາບປະກອບ:internet


(vovword)- ສາສະຫນາ ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ -ບັນດາ​ບົດຮຽນ​ສາກົນ​ໄດ້​ຮັບ​ການ​ແບ່ງປັນ ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ​ໂດຍ​ຄະນະ​ສາສະຫນາ​ຂອງ​ລັດຖະບານ ສົມທົບ​ກັບ​ສະຫະພາບ​ເອີ​ລົບ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 14/6 ຢູ່ ຮ່າ​ໂນ​້ຍ. ການ​ສຳ​ມະ​ນາ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສາສະຫນາ​ເວົ້າ​ລວມ, ຊີ້​ແຈງ​ບັນດາ​ການ​ຫັນປ່ຽນ ​ແລະ ຜົນງານ​ກ່ຽວ​ກັບ​ສາສະຫນາ ຢູ່ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ສ້າງ​ກາລະ​ໂອກາດ​ແບ່ງປັນ​ບົດຮຽນ​ໃນ​ການ​ຮັບປະກັນ​ສິດ​ເສລີ​​ໃນ​ການ​ເຫລື້ອ​ມໃສ​ສາສະຫນາຂອງ​ປະຊາຊົນ,ປະກອບສ່ວນ​ສ້າງ​ນະ​ໂຍບາຍ, ກົດໝາຍ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ເຫລື້ອມ​ໃສ​ສາສະຫນາ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້​ສົມບູນ​ແບບ. ທ່ານ Nguyen Thanh Xuan ຮອງ​ຫົວຫນ້າ​ຄະນະ​ປະຈຳ ຄະນະ​ສາສະຫນາ​ຂອງ​ລັດຖະບານ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ການ​ປ່ຽນ​​ໃຫມ່​ສາສະຫນາ​ຢູ່ ຫວຽດນາມ ​ແມ່ນ​ທັດ​ທຽມ​ກັບ​ການ​ປ່ຽນ​ໃຫມ່​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ສັງຄົມ​ພາຍ​ໃນ​ປະ​ເທດ. ການ​ປ່ຽນ​ໃຫມ່​ນີ້ ​ແມ່ນ​ຖືກຕ້ອງ ​ແລະ ນຳ​ມາ​ຊຶ່ງ​ໝາກຜົນ​ອັນ​ຕັ້ງຫນ້າ, ສະ​ແດງ​ໃຫ້​ໂລກ​ເຫັນ​ໄດ້​ບັນດາ​ການ​ຫັນປ່ຽນ​ໃນ​ການ​ດຳ​ເນີນ​ຊີວິດ​ທາງ​ສາສະຫນາ ຫວຽດນາມ ກໍ​ຄື​ບັນດາ​ການ​ຫັນປ່ຽນ​ໃນ​ນະ​ໂຍບາຍ​ສາສະຫນາ ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ