ສຳເລັດການປັກຫຼັກໝາຍຊາຍແດນເຊກອງ-ລາວແລະກວາງນາມ-ຫວຽດນາມ

ສຳເລັດການປັກຫຼັກໝາຍຊາຍແດນເຊກອງ-ລາວແລະກວາງນາມ-ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 28/5, ຢູ່​ນະຄອນ​ຕາມ​ກີ່, ຄະນະ​ຊີ້​ນຳ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ແຂວງ​ເຊ​ກອງ (ລາວ) ​ແລະ ​ແຂວງ​ກວາງ​ນາມ (ຫວຽດນາມ) ​ໄດ້​ຈັດ​ກອງປະຊຸມຄັ້ງ​ທີ 10 ຕີ​ລາຄາ​ໝາກຜົນຂອງ​ວຽກ​ງານປັກ​ຫຼັກ​ໝາຍ​ຖີ່ແລະ ບູລະນະ​ຈະ​ມີ​ຫຼັກ​ໝາຍ​ຊາຍ​ແດນ​ຫວຽດນາມ - ລາວ, ​ຕອນ​​ລະຫວ່າງ 2 ​ແຂວງກວາງ​ນາມ ​ແລະ ​ເຊ​ກອງ ​ໄລຍະ 2008 – 2014. ມາຮອດປະ​ຈູ​ບັນ, 2 ​ແຂວງ​ເຊ​ກອງ ​ແລະ ກວາງ​ນາມ​ໄດ້ກໍ່ສ້າງຫຼັກ​ໝາຍ 60 ​ເສົ້າ, ​ແລະ​ໄດ້ມອບຮັບ​ໃຫ້​ກຳລັງ​ປ້ອງ​ກັນຊາ​ຍ​ແດນ 2 ​ແຂວງ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ. ດ້ວຍ​ການສຳ​ເລັດວຽກ​ງານປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະລະບົບຫຼັກ​ໝາຍ​ຊາຍ​ແດນ​ຈະ​ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຊຸກຍູ້​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ບັນດາ​ທ້ອງ​ຖິ່ນລຽບ​ຕາມ​​ຊາຍ​ແດນ ຫວຽດນາມ - ລາວ, ພ້ອມ​ທັງ​ຢັ້ງຢືນ​ຄວາມ​ສາມັກ​ຄີ, ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ​ແຂວງ ກວາງ​ນາມ - ​ເຊ​ກອງ; 2 ປະ​ເທດ ຫວຽດນາມ - ລາວ.


ຂ່າວ/ບົດ​ອື່ນ