ສ.ເກົາຫຼີ ມີ​ຄວາມ​ຫວັງ​ຢາກ​ຫ້ອງ​ການ​ຕິດ​ຕໍ​ພົວ​ພັນລະ​ຫວ່າງ ສ​ປ​ປ.ເກົາຫຼີ ແລະ ສ.ເກົາຫຼີ ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຄືນ​ໃໝ່​ໂດຍ​ໄວ

(VOVWORLD) -ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ ຟື້ນຟູບັນດາການເຄື່ອນໄຫວຂອງຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີໂດຍໄວ ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ປີແຫ່ງວັນສ້າງຕັ້ງຫ້ອງການນີ້.


ສ.ເກົາຫຼີ ມີ​ຄວາມ​ຫວັງ​ຢາກ​ຫ້ອງ​ການ​ຕິດ​ຕໍ​ພົວ​ພັນລະ​ຫວ່າງ ສ​ປ​ປ.ເກົາຫຼີ ແລະ ສ.ເກົາຫຼີ ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຄືນ​ໃໝ່​ໂດຍ​ໄວ - ảnh 1ເຫດວາງລະເບີດຂອງສປປ.ເກົາຫຼີເພື່ອທຳລາຍຫ້ອງຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ  ແລະ ສປປ.ເກົາຫຼີ ໃນວັນທີ 16 ມິຖຸນາ ປີ 2020 (ພາບ: YONHAP/TTXVN)

ວັນທີ 14 ກັນຍາ, ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນ, ທ່ານ Yoh Sang – key ໂຄສົກກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ໄດ້ເນັ້ນໜັກວ່າເຊີອູນ ຕີລາຄາວ່າຈະ ມີຄວາມສ່ຽງທີ່ສຸດ ຖ້າຫາກວ່າ ສອງຝ່າຍບໍ່ມີຊ່ອງທາງ ຕິດຕໍ່ພົວພັນພື້ນຖານ ແລະ ສະພາບການນີ້ຍັງຈະຖືກແກ່ຍາວຍ້ອນບັນດາການເຄື່ອນໄຫວຂອງຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີຍັງຖືກຂາດວັກຂາດຕອນ. ສ.ເກົາຫຼີຫວັງວ່າ ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະເຊື່ອມຕໍ່ບັນດາການເຄື່ອນໄຫວ ແລະ ຟື້ນຟູຊ່ອງທາງຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ