ສ.ເກົາຫຼີ ຢັ້ງຢືນຄວາມຈຳເປັນ ຕ້ອງປົວແປງການພົວພັນກັບ ສປປ.ເກົາຫຼີ

(VOVWORLD) -  ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ Lee In-young ໃຫ້ຮູ້ວ່າ: ຈະມານະພະຍາຍາມຫັນປ່ຽນສະຖານະການ, ແກ້ໄຂສະພາບການບໍ່ມີທາງອອກໃນປະຈຸບັນກ່ຽວກັບການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

 ໂດຍລະອຽດແມ່ນ ເຊີອຸນ ຈະຄ່ອຍໆເປີດຂອບເຂດການຮ່ວມມືລະຫວ່າງ 2 ປະເທດ ໂດຍຜ່ານການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳ, ພົບປະແລກປ່ຽນວັດທະນະທຳ, ສັງຄົມ ແລະ ບັນດາການເຄື່ອນໄຫວແລກປ່ຽນການຄ້າຂະໜາດນ້ອຍ.

ສ.ເກົາຫຼີ ຢັ້ງຢືນຄວາມຈຳເປັນ ຕ້ອງປົວແປງການພົວພັນກັບ ສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ Lee In-young (ພາບ:  Yonhap/TTXVN)

        ໄປຄຽງຄູ່ກັນນັ້ນ, ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ (MOU) ຈະເປັນເຈົ້າການຮ່ວມມືດ້ານມະນຸດສະທຳກັບ ສປປ.ເກົາຫຼີ ຢ່າງສະເໝີຕົ້ນສະເໝີປາຍ, ໂດຍແຍກອອກຈາກສະພາບການດ້ານການເມືອງ ແລະ ການທະຫານ, ພ້ອມທັງສືບຕໍ່ໜູນຊ່ວຍບັນດາໂຄງການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງພົນລະເຮືອນ ແລະ ອຳນາດການປົກຄອງທ້ອງຖິ່ນ 2 ປະເທດ.

        ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ກະຊວງການຕ່າງປະເທດ ສ.ເກົາຫຼີ ກໍ່ຈະເພີ່ມທະວີຄວາມມານະພະຍາຍາມດ້ານການທູດ ເພື່ອເພີ່ມກຳລັງໜູນຕື່ມອີກ ໃຫ້ແກ່ການເຊື່ອມຕໍ່ການເຈລະຈາກັບ ພຽງຢາງ ຄືນໃໝ່ ແລະ ຖືວ່າ ນີ້ແມ່ນສ່ວນໜຶ່ງໃນແຜນການສົ່ງເສີມການສ້າງພື້ນຖານສັນຕິພາບຢູ່ແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ