ສ.ເກົາຫຼີ ຢຸດຕິການຜັນຂະຫຍາຍລະບົບ THAAD ໂດຍຊົ່ວຄາວ

(VOVWORLD) -ວັນທີ 07 ມິຖຸນາ, ມີເຈົ້າໜ້າທີ່ສຳນັກງານປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ, ເລື່ອງຜັນຂະຫຍາຍລະບົບປ້ອງກັນລູກສອນໄຟໄລຍະສູງສຸດທ້າຍ (THAAD) ຂອງອາເມລິກາ ຢູ່ສ.ເກົາຫຼີ ຈະຖືກຢຸດຕິໂດຍຊົ່ວຄາວໃນຈຸດເວລານ

ສ.ເກົາຫຼີ ຢຸດຕິການຜັນຂະຫຍາຍລະບົບ THAAD ໂດຍຊົ່ວຄາວ - ảnh 1

ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in 

(ພາບປະກອບ: Reuters)

ຈົນຮອດເວລາສ້າງບົດລາຍງານຕີລາຄາການກະທົບຂອງວຽກງານດັ່ງກ່າວຕໍ່ສິ່ງແວດລ້ອມສຳເລັດ ຕາມຄຳສັ່ງຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in. ຕາມເຈົ້າໜ້າທີ່ຜູ້ນີ້ແລ້ວ, ເລື່ອງຕີລາຄາການກະທົບຕໍ່ສິ່ງແວດລ້ອມອາດຈະເສຍເວລາກວ່າ 1 ປີ, ຍ້ອນການຕີລາຄາທີ່ຄ້າຍຄືກັບການຜັນຂະຫຍາຍ THAAD ຢູ່ເກາະ Guam ກ່ອນນີ້ເຊິ່ງຖືກເສຍເວລາຮອດ 23 ເດືອນ.

        ກ່ອນໜ້ານັ້ນ, ວັນທີ 05 ມິຖຸນາ, ທ່ານປະທານາທິບໍດີ Moon Jae in ໄດ້ອອກຄຳສັ່ງດຳເນີນການຄົ້ນຄວ້າຜົນກະທົບຂອງ THAAD ຕໍ່ສິ່ງແວດລ້ອມຢ່າງລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ