ສ.ເກົາຫຼີ ສະເໜີ ສປປ.ເກົາຫຼີ ຈັດຕັ້ງການເຈລະຈາຂັ້ນນັກວິຊາການກ່ຽວກັບພູ Kumgang

(VOVWORLD) - ວັນທີ 28 ຕຸລາ, ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ: ໄດ້ສະເໜີ ສປປ.ເກົາຫຼີ ຈັດຕັ້ງການເຈລະຈາໂດຍກົງຂັ້ນນັກວິຊາການພາຍຫລັງ ພຽງຢາງ ຮຽກຮ້ອງ ເຊີອຸນ ມ້າງຮື້ບັນດາຮາກຖານຂອງ ສ.ເກົາຫຼີ ຢູ່ເຂດຜັກຜ່ອນບຳລຸງສຸຂະພາບພູ Kumgang ຂອງ ສປປ.ເກົາຫຼີ. ສ.ເກົາຫຼີ ໃຫ້ຮູ້ວ່າ: ຈະຊອກຫາ “ບັນດາມາດຕະການແກ້ໄຂຢ່າງມີຫົວຄິດປະດິດສ້າງ” ເພື່ອສ້າງລາຍການທ່ອງທ່ຽວໄປຍັງສະຖານທີ່ນີ້ໃຫ້ເປັນປົກກະຕິ.
ສ.ເກົາຫຼີ ສະເໜີ ສປປ.ເກົາຫຼີ ຈັດຕັ້ງການເຈລະຈາຂັ້ນນັກວິຊາການກ່ຽວກັບພູ Kumgang - ảnh 1 ເຂດຜັກຜ່ອນບຳລຸງສຸຂະພາບພູ Kumgang (ພາບ:  Yonhap/TTXVN)

        Tour ທ່ອງທ່ຽວພູ Kumgang ຖືກເລີ່ມເຄື່ອນໄຫວແຕ່ປີ 1998 ໃນສະພາບ “ປົກກະຕິ” ໃນການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ແຕ່ຖືກຢຸດຕິໃນປີ 2008 ພາຍຫລັງແຂກທ່ອງທ່ຽວຍິງ 1 ຄົນຂອງ ສ.ເກົາຫຼີ ຖືກທະຫານພິທັກຮັກສາ ສປປ.ເກົາຫຼີ ຍິງເສຍຊີສິດຢູ່ພູ Kumgang. ພຽງຢາງ ໄດ້ປິດລ້ອມບັນດາກິດຈະກຳເຄຫະສະຖານຂອງ ສ.ເກົາຫຼີ ພາຍຫລັງ ເຊີອຸນ ຢຸດຕິບັນດາ Tour ທ່ອງທ່ຽວ. ທີ່ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນເດືອນ ກັນຍາ 2018, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ໄດ້ເຫັນດີເປັນເອກະພາບເຊື່ອມຕໍ່ລາຍການທ່ອງທ່ຽວນີ້ຄືນໃໝ່, ກໍ່ຄືເປີດປະຕູເຂດອຸດສາຫະກຳ Kaesong ຄືນໃໝ່ ເມື່ອຮວບຮວມບັນດາເງື່ອນໄຂທີ່ຈຳເປັນຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ