ສ.ເກົາຫຼີ ເລີ່ມຂັ້ນ​ຕອນການ​ເຂົ້າ​ຮ່ວມ​ສັນ​ຍາ CPTPP

(VOVWORLD) -ເພື່ອກະກຽມໃຫ້ແກ່ຂັ້ນຕອນເຂົ້າຮ່ວມ, ລັດຖະບານ ສ.ເກົາຫຼີ ໄດ້ ແລະ ກຳລັງດັດປັບລະບຽບການດ້ານການຄ້າຢູ່ພາຍໃນປະເທດທີ່ກ່ຽວຂ້ອງເຖິງ 04 ຂົງເຂດ ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໄດ້ຮຽກຮ້ອງ.
ສ.ເກົາຫຼີ ເລີ່ມຂັ້ນ​ຕອນການ​ເຂົ້າ​ຮ່ວມ​ສັນ​ຍາ CPTPP - ảnh 1ທ່ານ Hong Nam – ki ຮອງນາຍົກລັດຖະມົນຕີ ຮັບຜິດຊອບຂົງເຂດເສດຖະກິດ ທັງເປັນ ລັດຖະມົນຕີກະຊວງແຜນການ ແລະ ການເງິນ ສ.ເກົາຫຼີ (ພາບ: Korea Herald)

ວັນທີ 13 ທັນວາ, ທ່ານ Hong Nam – ki ຮອງນາຍົກລັດຖະມົນຕີ ຮັບຜິດຊອບຂົງເຂດເສດຖະກິດ ທັງເປັນ ລັດຖະມົນຕີກະຊວງແຜນການ ແລະ ການເງິນ ສ.ເກົາຫຼີ ເປັນປະທານກອງປະຊຸມລັດຖະມົນຕີເສດຖະກິດການຕ່າງປະເທດ ໄດ້ປະກາດວ່າ ສ.ເກົາຫຼີ ເລີ່ມດຳເນີນຂັ້ນຕອນເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ທ່ານຮອງນາຍົກລັດຖະມົນຕີ ສ.ເກົາຫຼີ Hong Nam – Ki  ຖືວ່າ ຄວາມເປັນລະບຽບຮຽບຮ້ອຍຂອງຂົງເຂດເສດຖະກິດພາກພື້ນ ອາຊີ - ປາຊີຟິກ ພວມມີບາດກ້າວພັດທະນາຢ່າງຕັ້ງໜ້າ. ພ້ອມດຽວກັນນັ້ນ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) - ເຊິ່ງແມ່ນສັນຍາການຄ້າເສລີທີ່ມີຂອບເຂດໃຫຍ່ທີ່ສຸດໃນໂລກ ຈະມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2022.  ດັ່ງນັ້ນ, ເຊີອູນ ຍາກທີ່ຈະຢືນຢູ່ນອກການປຶກສາຫາລືກ່ຽວກັບການເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກໄດ້. ເພື່ອກະກຽມໃຫ້ແກ່ຂັ້ນຕອນເຂົ້າຮ່ວມ, ລັດຖະບານ ສ.ເກົາຫຼີ ໄດ້ ແລະ ກຳລັງດັດປັບລະບຽບການດ້ານການຄ້າຢູ່ພາຍໃນປະເທດທີ່ກ່ຽວຂ້ອງເຖິງ 04 ຂົງເຂດ ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໄດ້ຮຽກຮ້ອງ.

ນັກຂ່າວ VOV ປະຈຳ ຍີ່ປຸ່ນ

ຕອບກັບ

ຂ່າວ/ບົດ​ອື່ນ