ສ.ເກົາຫຼີ ແລະ ສປປ.ເກົາຫຼີດຳເນີນການເຈລະຈາຂັ້ນສູງເປັນຄັ້ງທຳອິດພາຍຫຼັງ 2 ປີ

(VOVWORLD) -ກະຊວງທ້ອນໂຮມປະເທດຊາດສ.ເກົາຫຼີ ໃຫ້ຮູ້ວ່າ, ຕອນເຊົ້າວັນທີ 09 ມັງກອນ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເລີ່ມດຳເນີນບັນດາການເຈລະຈາຂັ້ນສູງໃນເວລາ 10 ໂມງເຊົ້າ ຕາມເວລາທ້ອງຖິ່ນ (8 ໂມງເຊົ້າຕາມເວລາຫວຽດນາມ) ຢູ່ບ້ານຢຸດຮົບ Panmunjom ຢູ່ເຂດຊາຍແດນລະຫວ່າງ 2 ພາກເກົາຫຼີ.

ສ.ເກົາຫຼີ ແລະ ສປປ.ເກົາຫຼີດຳເນີນການເຈລະຈາຂັ້ນສູງເປັນຄັ້ງທຳອິດພາຍຫຼັງ 2 ປີ - ảnh 1 ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດສ.ເກົາຫຼີ Cho Myoung gyon

(ພາບປະກອບ: Yonhap/TTXVN)

ນີ້ແມ່ນການເຈລະຈາຄັ້ງທຳອິດໃນຮອບເວລາ 2 ປີຜ່ານມາ ແລະ ຫວັງວ່າຈະແມ່ນກາລະໂອກາດເພື່ອປັບປຸງການພົວພັນລະຫວ່າງ 2 ພາກ ເກົາຫຼີ.

        ກ່ອນການເຈລະຈາ, ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດສ.ເກົາຫຼີ Cho Myoung gyon, ຫົວໜ້າຄະນະເຈລະຈາສ.ເກົາຫຼີ ໃຫ້ຮູ້ວ່າ, 2 ຝ່າຍຈະສຸມໃສ່ປຶກສາຫາລືເລື່ອງສປປ.ເກົາຫຼີ ເຂົ້າຮ່ວມ Olympic ລະດູໜາວ Pyeong Chang 2018. ທ່ານລັດຖະມົນຕີ Cho Myoung gyon ເນັ້ນໜັກວ່າ, ທ່ານຈະມານະພະຍາຍາມເພື່ອເຮັດໃຫ້ Olympic Pyeong Chang 2018 ເປັນງານບຸນແຫ່ງສັນຕິພາບ ແລະ ກາຍເປັນບາດກ້າວທຳອິດເພື່ອມຸ່ງໄປເຖິງການປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ນອກນັ້ນ, 2 ຝ່າຍກໍ່ປຶກສາຫລືບັນດາມາດຕະການແກ້ໄຂເພື່ອແນໃສ່ປັບປຸງການພົວພັນລະຫວ່າງ 2 ພາກເກົາຫຼີ ຖືກຕົກຢູ່ໃນສະພາບຢຸດສະງັກເປັນເວລາຫຼາຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ