ສ.ເກົາຫຼີ ແລະ ອາເມລິກາ ປຶກສາຫາລືນະໂຍບາຍກ່ຽວກັບ ສປປ.ເກົາຫຼີ

(VOVWORLD) - ວັນທີ 21 ຕຸລາ, ທ່ານ Lee Do-hoon ທູດພິເສດດ້ານນິວເຄຼຍແຖວໜ້າຂອງ ສ.ເກົາຫຼີ ໄດ້ເດີນທາງໄປ ອາເມລິກາ ເພື່ອປຶກສາຫາລືນະໂຍບາຍກ່ຽວກັບ ສປປ.ເກົາຫຼີ. 

ເນື້ອໃນການປຶກສາຫາລືຈະກ່ຽວຂ້ອງເຖິງບັນດາບາດກ້າວໃນການເຈລະຈາລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ, ລວມມີບັນດາວຽກງານກະກຽມໃຫ້ການພົບປະສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un. ໃນຂະນະນັ້ນ, ບັນດາແຫຼ່ງຂ່າວການທູດໃຫ້ຮູ້ວ່າ: ເຈົ້າໜ້າທີ່ ສ.ເກົາຫຼີ ແລະ ອາເມລິກາ 2 ທ່ານ ອາດຈະແລກປ່ຽນທັດສະນະກ່ຽວກັບເລື່ອງ ເຊີອູນ ຢາກໃຫ້ ວໍຊິງຕັນ ຍົກເວັ້ນຄຳສັ່ງລົງໂທດສຳລັບບັນດາໂຄງການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ